ວັນອັງຄານ ທີ 10 ທັນວາ 2019 06:12:35
ໄຟໄໝ້ປ່າຢູ່ໃນອິນໂດເນເຊຍ ໄດ້ແຜ່ລາມຕໍ່ເນື່ອງ ເຮັດໃຫ້ເກີດໝອກຄວັນໄຟຢ່າງຮ້າຍແຮງ ແລະ ສົ່ງຜົນເຮັດໃຫ້ປະຊາຊົນ 1.136 ຄົນ ເປັນພະຍາດລະບົບທາງເດີນຫາຍໃຈຍ້ອນຄວັນໄຟ.
ທ່ານເຈຣີ ອາກູສ ໂຄສົກອົງການຫຼຸດຜ່ອນໄພພິບັດແຫ່ງຊາດອິນໂດເນເຊຍ ກ່າວວ່າ ໝອກຄວັນໄຟຖືກລົມພັດຈາກພາກຕາເວັນອອກສ່ຽງໃຕ້ໄປທາງທິດເໜືອ ເຮັດໃຫ້ເກີດມົນລະພິດໝອກຄວັນໄຟປົກຫຸ້ມເຣຍອູ ແລະ ແຂວງກາລີມັນຕັນກາງ ນັບມື້ນັບຮ້າຍແຮງ. ເຈົ້າໜ້າທີ່ອິນໂດເນເຊຍໄດ້ແຈ້ງເຕືອນຄຸ້ມບ້ານຕ່າງໆຕ້ອງກະກຽມ ເພື່ອໃຫ້ການບໍລິການທາງການແພດທີ່ດີທີ່ສຸດ ໃຫ້ແກ່ປະຊາຊົນທີ່ເປັນພະຍາດລະບົບທາງເດີນຫາຍໃຈ.
ໃນຂະນະດຽວກັນ ໄຟໄໝ້ປ່າໄດ້ລາມອອກໄປໄກ 23ກມ ນັບແຕ່ເລີ່ມເກີດຂຶ້ນເມື່ອວັນທີ 10 ສິງຫາທີ່ຜ່ານມາ ຢູ່ໃນເຂດຕົວເມືອງທາງທິດຕາເວັນຕົກຂອງເມືອງ ອາເຕນາຣາ ໃກ້ກັບນະຄອນ ລາສ ປານມາສ ເທິງເກາະ ກຣັນ ການາເຣຍ ທີ່ຂຶ້ນກັບໝູເກາະ ການາຣີ ຂອງແອັດສະປາຍ.
ເຈົ້າໜ້າທີ່ຂອງແອັດສະປາຍ ໃຫ້ຮູ້ເມື່ອວັນທີ 12 ສິງຫານີ້ວ່າ ກອງກຳລັງດັບເພີງ ຄວບຄຸມໄຟໄໝ້ປ່າຢູ່ເທິງເກາະ ກຣັນ ການາເຣຍ ໄດ້ແລ້ວ. ເຖິງຢ່າງໃດກໍຕາມ ອົງການພາວະສຸກເສີນ ແຈ້ງເຕືອນວ່າ ລົມພັດແຮງ ແລະ ອຸ່ນຫະພູມສູງ ອາດເຮັດໃຫ້ຂີ້ເທົ່າຖ່ານ ເກີດລຸກໄໝ້ອີກເທື່ອໜຶ່ງ. ສະຖິຕິເບື້ອງຕົ້ນ ຊີ້ໃຫ້ເຫັນວ່າ ມີເນື້ອທີ່ປ່າໄມ້ກວ່າ 1.000 ເຮັກຕາ ຢູ່ເທິງເກາະດັ່ງກ່າວ ໄດ້ຖືກໄຟເຜົາ.