ວັນພະຫັດ ທີ 12 ທັນວາ 2019 12:14:03
ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 18 ປີ ຊີງແຊັມອາຊຽນ 2019 ທີ່ນະຄອນໂຮ່ຈີມິງ ສສ ຫວຽດນາມ ຂຸນພົນນັກກີລາບານເຕະຊາຍ ຢູ-18 ປີ ທີມຊາດລາວ ລົງແຂ່ງຂັນນັດທີ 3 ຂອງກຸ່ມ A ໃນວັນທີ 12 ສິງຫາ 2019 ພົບກັບ ອິນໂດເນເຊຍ ອະດີດແຊັມ ປີ 2013 ເຊິ່ງທີມຊາດຕ້ອງການຊະນະເພື່ອລຸ້ນເຂົ້າຮອບຕໍ່ໄປ ຂະນະທີ່ ອິນໂດເນເຊຍ ຜົນງານເດັ່ນຊະນະມາ 3 ນັດລວດ ຂໍພຽງສະ ເໝີເຂົ້າຮອບ.
ນັດນີ້ ທີມຊາດລາວ ວາງແຜນຫຼິ້ນໄດ້ຢ່າງຮັດກຸມ ແລະ ສາມາດສວຍໂອກາດຂຶ້ນນຳກ່ອນຈາກ ອາລຸນໄນ ລຸນລາສີ ກອງກາງດາວຮຸ່ງຈາກສະໂມສອນ ລາວໂຕໂຢຕ້າ ເອັຟຊີ ນາທີໆ 70 ແຕ່ຖືກອິນໂດເນເຊຍ ຍິງແຊງສອງປະຕູປະຕູຈາກ BAGUS KAHFI ນາທີໆ 82 ແລະ ການສະກັດບານເຂົ້າປະຕູຕົນເອງຂອງ ອານຸລັກ ວັນນະລາດ ນາທີໆ 90+1 ທ້າຍເກມນັກເຕະທັງສອງທີມມີການປະທະກັນ ແຕ່ກຳມະການສາມາດຄວມຄຸມເຫດການໄວ້ໄດ້ ຈົບເກມ ອິນໂດເນເຊຍ ຊະນະ ລາວ ຫວຸດຫວິດ 1-0 ສ່ວນຜົນອີກສອງຄູ່ໃນກຸ່ມດຽວກັນ ບຣູໄນ ເສຍໃຫ້ ມຽນມາ 0-1 ແລະ ຕີມໍ ເລັດເຕ ຊະນະ ຟີລິບປິນ 5-2.
ສະຫຼຸບຕາຕະລາງຄະແນນຜ່ານໄປ 4 ນັດ ທຸກທີມໃນກຸ່ມນີ້: ອິນໂດເນເຊຍ ແລະ ມຽນມາ ມີ 12 ຄະແນນ ເຂົ້າຮອບ 4 ທີມສຸດທ້າຍແນ່ນອນແລ້ວ ສ່ວນ ລາວ ແລະ ຕີມໍ ເລັດເຕ ມີ 6 ຄະແນນເທົ່າກັນ ບຣູໄນ ແລະ ຟີລິບປິນ ຍັງບໍ່ມີຄະແນນ ຕົກຮອບທັງ 4 ທີມ ເຊິ່ງ ຢູ-18 ທີມຊາດລາວ ຕົກຮອບແບ່ງກຸ່ມຊີງແຊັມອາຊຽນ 4 ປີຕິດຕໍ່ກັນ.