ວັນພະຫັດ ທີ 12 ທັນວາ 2019 13:29:19
ທັບນັກກີລາບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 18 ປີ ທີມຊາດລາວ ລົງແຂ່ງຂັນຊີງແຊັມອາຊຽນ 2019 ທີ່ໂຮ່ຈີມິງ ສສ ຫວຽດນາມ ນັດທີ 2 ຂອງກຸ່ມ A ໃນວັນທີ 8 ສິງຫາ 2019 ພົບກັບ ຢູ-18 ທີມຊາດບຣູໄນ ຢູ່ສະໜາມກີລາຊີອານ ໂດຍທີມຊາດລາວ ໄດ້ 3 ຄະແນນຕາມເປົ້າໝາຍ ເອົາຊະນະ ບຣູໄນ ຫວຸດ ຫວິດ 1-0 ຈາກປະຕູໄຊຂອງ ທະນູທອງ ກຽດນະລົງລົບ ກອງຫຼັງຈາກສະໂມສອນ ວຽງຈັນ ເອັຟທີ ນາທີໆ 21 ແລະ ໃນເກມນີ້ ທີມຊາດລາວຍິງຈຸດໂທດບໍ່ເຂົ້າໃນທ້າຍເຄິ່ງເວລາທີໜຶ່ງ ເຮັດໃຫ້ ຢູ-18 ລາວ ຊະນະ ຢູ-18 ບຣູໄນ 4 ນັດລວດທີ່ພົບກັນໃນລາຍການນີ້.
ການຊະນະນັດນີ້ ເຖິງວ່າຈະບໍ່ຍິງປະຕູໄດ້ຫຼາຍ ແຕ່ເປັນ 3 ຄະແນນທີ່ລ້ຳຄ່າ ເພື່ອຊີງໂອກາດເຂົ້າຮອບຕໍ່ໄປກັບ 3 ນັດທີ່ເຫຼືອ ຫຼັງຈາກນັດທີທຳອິດເສຍໃຫ້ ມຽນມາ 1-3 ເມື່ອວັນທີ 6 ສິງຫາ 2019 ສ່ວນຜົນອີກສອງຄູ່ໃນກຸ່ມດຽວກັນ ຟິລິບປິນ ເສຍໃຫ້ ມຽນມາ 1-4 ແລະ ຕີມໍ ເລສເຕ ເສຍໃຫ້ ອິນໂດເນເຊຍ 0-4.
ສະຫຼຸບຕາຕະລາງຄະແນນຜ່ານໄປ 2 ນັດທຸກທີມໃນກຸ່ມນີ້: ອິນໂດເນເຊຍ ແລະ ມຽນມາ ມີ 7 ຄະແນນ ຕີມໍ ແລະ ລາວ ມີ 3 ຄະແນນ ສ່ວນ ບຣູໄນ ແລະ ຟີລິບປິນ ຍັງບໍ່ມີຄະແນນ ສຳລັບນັດທີ 3 ຂອງກຸ່ມນີ້ ແຂ່ງຂັນໃນວັນທີ 10 ສິງຫາ 2019 ເວລາ 15:30 ໂມງ ຟິລິບປິນ ພົບ ລາວ ມຽນມາ ພົບ ຕີມໍ ເວລາ 15:30 ໂມງ ແລະ ເວລາ 18:30 ໂມງ ບຣູໄນ ພົບ ອິນໂດເນເຊຍ ສ່ວນຜົນແຂ່ງຂັນຈະລາຍງານໃຫ້ຊາບຕື່ມ.