ວັນອັງຄານ ທີ 10 ທັນວາ 2019 05:59:49
ກອງປະຊຸມຊຸກຍູ້ຂະບວນແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຂອງນັກທຸລະກິດເຂົ້າສູ່ເມືອງສັງທອງ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 8 ສິງຫາ 2019 ຢູ່ເມືອງດັ່ງກ່າວ ໂດຍເປັນປະທານຂອງທ່ານ ດາວເພັດ ອາລຸນ ເຈົ້າເມືອງສັງທອງ ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ບັນດາເຈົ້າເມືອງ ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ດາວເພັດ ອາລຸນ ກ່າວວ່າ: ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກເມືອງ ຄາດໝາຍສູ້ຊົນໃນປີ 2020 ລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸ 574,08 ຕື້ກີບ ສະເລ່ຍລາຍໄດ້ 16,58 ລ້ານກີບຕໍ່ຄົນຕໍ່ປີ ສະເພາະປີ 2018 ປະຕິບັດລາຍຮັບໄດ້ 6,8 ຕື້ກີບ ລື່ນແຜນການ 20,27% ສ່ວນປີ 2019 ແມ່ນ 7,5 ຕື້ກີບ ຜ່ານການປະຕິບັດ 7 ເດືອນຜ່ານມາ ໄດ້ 4,4 ຕື້ກີບ ທຽບໃສ່ແຜນການປີ ປະຕິບັດໄດ້ 58,76% ການຂຸດຄົ້ນແຫຼ່ງລາຍຮັບສ່ວນໃຫຍ່ມາຈາກການເກັບອາກອນ 3,7 ຕື້ກີບ ເທົ່າກັບ 58,22% ແລະ ຊັບສິນ 680 ລ້ານກີບ ເທົ່າກັບ 61,91% ນອກນີ້ ຍັງໄດ້ເອົາໃຈໃສ່ແກ້ໄຂປາກົດການຫຍໍ້ທໍ້ຕາມທິດ 3 ຫຼຸດ 3 ເພີ່ມ ແລະ 3 ຂະບວນການ ເຮັດໃຫ້ບັນຫາຢາເສບຕິດມີທ່າອ່ຽງຫຼຸດລົງ ອຸບັດເຫດ ອັກຄີໄພມີໜ້ອຍ ຮັກສາໄດ້ຄວາມສະຫງົບທົ່ວສັງຄົມ ເນື່ອງຈາກໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານກັບທີ່ ແລະ ປະຈຳບ້ານ ເພື່ອຊີ້ນຳ-ນຳພາບ້ານແກ້ໄຂ ຕິດພັນກັບການພັດທະນາບ້ານໄປພ້ອມກັນ ໄດ້ສະແດງອອກການປັບປຸງປົວແປງພັກ ແລະ ກຳນົດແຜນພັດທະນາບ້ານ ໄປຕາມທິດນະໂຍບາຍຂອງເມືອງກຳນົດໄວ້.
ການພັດທະນາເມືອງໄດ້ສຸມໃສ່ 3 ເຂດ ຄື: ເຂດນ້ຳຕອນລຽບພູພະນັງ ກຳນົດເປັນເຂດກະສິກຳ ຕິດພັນກັບການທ່ອງທ່ຽວທາງປະຫວັດສາດ ເຊິ່ງໄດ້ຊຸກຍູ້-ສົ່ງເສີມປະຊາຊົນຈັດຕັ້ງເປັນກຸ່ມຜະລິດເຂົ້າອິນຊີ ພືດ-ຜັກປອດສານພິດ ແລະ ຫັດຖະກຳ ເຂດທາງເລກທີ 11 ລຽບຕາມແມ່ນ້ຳຂອງ ກຳນົດເປັນເຂດຜະລິດກະສິກຳ ອຸດສາຫະກຳ ແລະ ການບໍລິການ ຕິດພັນກັບການສົ່ງເສີມການປູກເຂົ້າ ປູກພືດລົ້ມລຸກ ຂຸດຄົ້ນແຮ່ທາດ ໂຮງຈັກ-ໂຮງງານຕ່າງໆ ແລະ ເຂດລຽບຕາມສາຍນ້ຳສັງ ກຳນົດເປັນເຂດກະສິກຳ ແລະ ການທ່ອງທ່ຽວດ້ານທຳມະຊາດ ໃນນີ້ ໄດ້ສົ່ງເສີມການປູກເຂົ້າ ພືດ-ຜັກ ໄມ້ໃຫ້ໝາກ ພືດອຸດສາຫະກຳ ໄມ້ອຸດສາຫະກຳ ລ້ຽງສັດເປັນຟາມ ແລະ ຊຸກຍູ້-ສົ່ງເສີມການສ້າງຕັ້ງກຸ່ມຜະລິດຫັດຖະກຳໄມ້ປ່ອງ ນອກນີ້ ຍັງໄດ້ກຳນົດ 4 ຂົງເຂດວຽກງານ 112 ໂຄງການ ໃນນີ້ ຂົງເຂດເສດຖະກິດ 53 ໂຄງການ ວັດທະ ນະທຳ-ສັງຄົມ 27 ໂຄງການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 12 ໂຄງການ ບໍລິຫານລັດ 21 ໂຄງການ ປັດຈຸບັນແມ່ນທ້າຍສະໄໝຂອງກອງປະຊຸມ ໃນໂອກາດເປີດຂະບວນການຮັກຊາດ ແລະ ພັດທະນາ ຕິດພັນກັບຮັກ ນວ ຂອງພາກທຸລະກິດຢູ່ເມືອງສັງທອງ ແລະ ເພື່ອດຶງດູດການລົງທຶນມາສູ່ເມືອງສັງທອງ ຕ້ອງສຸມໃສ່ຂົງເຂດເສດຖະກິດ ແລະ ຂົງເຂດວັດທະນະທຳ-ສັງຄົມ ທີ່ນອນໃນ 3 ເຂດພັດທະນາຫຼັກ.
ທ່ານ ສິນລະວົງ ຄຸດໄພທູນ ໄດ້ເນັ້ນໃຫ້ເມືອງສັງທອງສືບຕໍ່ສົ່ງເສີມທຸກການລົງທຶນຂອງພາກເອກະຊົນ ທີ່ເຫັນວ່າຈະຊ່ວຍໃຫ້ເມືອງມີການພັດທະນາ ຮັບປະກັນໃຫ້ຊົນນະບົດ ແລະ ຕົວເມືອງ ມີຈັງຫວະການພັດທະນາທີ່ຍັບມໍ່ເຂົ້າໃກ້ກັນ ສົ່ງເສີມການຜະລິດກະສິກຳເປັນສິນຄ້າໃຫ້ຫຼາຍຂຶ້ນ ແລະ ຖືເອົາກະສິກຳສະອາດເປັນທ່າແຮງ ໂດຍນຳໃຊ້ເຕັກນິກວິທະຍາ ສາດ ວິທະຍາການໃນການຜະລິດ ແລະ ຊ່ວຍເຫຼືອ ຄຽງຄູ່ກັບການສ້າງພະນັກງານ ນັກພັດທະນາທ້ອງຖິ່ນກັບທີ່ ແລະ ເປັນຕົວແບບຂອງການພັດທະນາໃຫ້ເປັນຮູບປະທຳຫຼາຍຂຶ້ນ ຄຽງຄູ່ກັບອົງການຈັດຕັ້ງລັດ ພາກທຸລະກິດເປັນກຳລັງແຮງທີ່ສຸດ ສະນັ້ນ ຈຶ່ງຮຽກຮ້ອງພາກທຸລະກິດເຂົ້າມາມີສ່ວນຮ່ວມໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການຮັກ ນວ ຊຸກຍູ້ວຽກງານ 3 ສ້າງ 3 ຫຼຸດ 3 ເພີ່ມ 3 ຂະບວນການ ແລະ 3 ເພື່ອ ໃຫ້ເປັນຂະບວນການຟົດຟື້ນຫຼາຍຂຶ້ນ ປຸກລະດົມທຸກພາກສ່ວນມີສ່ວນຮ່ວມເປັນເຈົ້າການດຶງດູດການລົງທຶນ ຊອກຕະຫຼາດ ແລະ ຊຸກຍູ້ໃຫ້ເປັນຫົວໜ່ວຍທຸລະກິດປະກອບສ່ວນໃນວຽກງານແຂ່ງຂັນພັດທະນາຊົນນະບົດ ເພື່ອສ້າງໃຫ້ ນວ ມີໃບໜ້າໃໝ່ ມີການປ່ຽນແປງ ແລະ ພັດທະນາເປັນກ້າວໆ.