ວັນອັງຄານ ທີ 10 ທັນວາ 2019 06:19:11
ກະຊວງແຜນການ ແລະ ການລົງທຶນ (ຜທ) ຮ່ວມກັບອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ຈັດກອງປະຊຸມປະທານ ແລະ ປະທານຮ່ວມຂອງໜ່ວຍງານຂະແໜງ ເພື່ອປຶກສາຫາລືຄູ່ຮ່ວມພັດທະນາ ຂຶ້ນວັນທີ 8 ສິງຫາ 2019 ຢູ່ກະຊວງດັ່ງກ່າວ ໂດຍເປັນປະທານຂອງທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງ ຜທ ແລະ ທ່ານນາງ Sara Sekkenes ຜູ້ປະສານງານ UNDP ປະຈຳລາວ ມີບັນດາກະຊວງ ຂະແໜງການ ຄູ່ຮ່ວມພັດທະນາ ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເປັນກົນໄກປະສານງານທີ່ສຳຄັນຂອງຂະບວນການໂຕະມົນ ສຳລັບວຽກຮ່ວມມືເພື່ອການພັດທະນາ ເຊິ່ງໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໂຕະມົນ ປະຈຳປີ 2018 ແລະ ກະກຽມກອງປະຊຸມໂຕະມົນ ປະຈຳປີ 2019.
ທ່ານ ກິແກ້ວ ຈັນທະບູຣີ ກ່າວວ່າ: ກອງປະຊຸມໂຕະມົນ ປະຈຳປີ 2019 ຈະໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ການສົນທະນາປຶກສາຫາລືຈະອີງຕາມບົດຮຽນທີ່ຖອດຖອນໄດ້ຈາກການສະຫຼຸບກາງສະໄໝ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ທົບທວນແຫ່ງຊາດແບບສະໝັກໃຈ ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ທົບທວນກ່ຽວກັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ສົນທະນາທີ່ມີລັກສະນະສ້າງສັນ ແລະ ໄດ້ຮັບຜົນດີ ພ້ອມນີ້ ຍັງຈະສຸມໃສ່ເພີ່ມທະວີການເປັນຄູ່ຮ່ວມ ແລະ ການຮ່ວມມືກັບຫຼາຍພາກສ່ວນ ເພື່ອໝາກຜົນຂອງການພັດທະນາ ນອກນີ້ ທ່ານຍັງໄດ້ເນັ້ນເຖິງຄວາມສຳຄັນຂອງຄວາມເປັນເຈົ້າການຂອງລັດຖະບານ ກໍຄື ຄວາມສອດຄ່ອງ ແລະ ກົມກຽວຂອງການຮ່ວມມືພັດທະນາຕື່ມອີກ.
ສຳລັບຜົນກອງປະຊຸມໂຕະມົນປະຈຳປີນີ້ ຈະເປັນບ່ອນອີງໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ສຳລັບທ້າຍສະໄໝ ການສ້າງແຜນ 5 ປີ ຄັ້ງທີ IX ແລະ ວິໄສທັດດ້ານການພັດທະນາ ຮອດປີ 2030 ແລະ ໃນຕໍ່ໜ້າ.
ທ່ານນາງ Sara Sekkenes ໄດ້ເນັ້ນເຖິງຄວາມສຳຄັນຂອງການປຶກສາຫາລືດ້ານເນື້ອໃນນະໂຍບາຍ ທີ່ມີລັກສະນະເປີດກວ້າງ ກົງໄປກົງມາ ແລະ ຢ່າງຕໍ່ເນື່ອງ ຈຸດປະສົງຫຼັກຂອງບັນດາໜ່ວຍງານຂະແໜງການ ເພື່ອປຶກສາຫາລືຄູ່ຮ່ວມພັດທະນາ ເພື່ອເຮັດໃຫ້ການສະໜັບສະໜູນຕ່າງໆ ແລະ ບັນດາຂົງເຂດ ບຸລິມະສິດມີຄວາມກົມກຽວກັນ ເຊິ່ງຈະຊຸກຍູ້ ແລະ ຂະຫຍາຍຜົນໄດ້ຮັບຈາກການພັດທະນາໃຫ້ທົ່ວເຖິງ ເຮັດໃຫ້ໝາກຜົນຂອງການພັດທະນາມີຄວາມຍືນຍົງກວ່າເກົ່າ.