ວັນອັງຄານ ທີ 19 ກຸມພາ 2019 23:50:38

ການສ້າງພື້ນຖານທີ່ດີແຕ່ຍັງເຍົາໄວ ເປັນປັດໄຈສຳຄັນໃນການສ້າງເງື່ອນໄຂໃຫ້ແກ່ເດັກນ້ອຍໃນການຮຽນຮູ້ ເຊື່ອມຊຶມ ປູກຈິດສຳນຶກການປະພຶດປະຕິບັດ ສ້າງອາລົມ ແລະ ຈິນຕະນາການ ເປັນພື້ນຖານໃນການສຶກສາຮຽນຮູ້ ເພື່ອກ້າວສູ່ການເປັນຜູ້ໃຫຍ່ໃນອະນາຄົດ ທີ່ມີຄຸນນະພາບ.

ທ່ານນາງພັນຕີ ຈັນສະໝອນ ໂພທິລາດ ຮອງຫົວໜ້າອຳນວຍການໂຮງຮຽນອະນຸບານກົມພາລາທິການ ກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວວ່າ: ຍ້ອນເຫັນໄດ້ຄວາມສຳຄັນ ໃນການສ້າງສັນສິ່ງດີໆໃຫ້ແກ່ເດັກນ້ອຍ ທາງໂຮງຮຽນກໍຄືຜູ້ບໍລິຫານ ຄູ-ອາຈານ ພາຍໃນໂຮງຮຽນ ຈຶ່ງຖືເອົາເປັນບັນຫາດັ່ງກ່າວເປັນສຳຄັນ ເຊິ່ງນອກຈາກຈະສິດສອນຄວາມຮູ້ພື້ນຖານທາງດ້ານວິຊາການແລ້ວ ທີ່ສຳຄັນພວກເຮົາຍັງໄດ້ເອົາໃຈໃສ່ສິດສອນທາງດ້ານຄຸນສົມບັດ ສິນທຳປະຕິວັດ ດ້ວຍຫຼາຍຮູບແບບທີ່ຫຼາກຫຼາຍ ແຊກຊ້ອນເຂົ້າໃນການສິດສອນໃນແຕ່ລະວັນ.

ບັນຫາຕົ້ນຕໍທີ່ປະຕິບັດໃນແຕ່ລະວັນຄື ການສ້າງອາລົມທີ່ເບີກບານມ່ວນຊື່ນໃຫ້ແກ່ເດັກນ້ອຍຕະຫຼອດເວລາ ເພື່ອເຮັດໃຫ້ເຂົາເຈົ້າມີຄວາມສຸກ ແລະ ເພີດເພີນຕໍ່ການຮຽນຢູ່ຮ່ວມກັນໝູ່ເພື່ອນພາຍໃນຫ້ອງ ຊອກຫາກິດຈະກຳໃໝ່ໆມານຳໃຊ້ເຂົ້າໃນການຮຽນ-ການສອນ ບໍ່ແມ່ນຈະນຳໃຊ້ແຕ່ວິຊາການຕາມປຶ້ມຕຳລາພຽງຢ່າງດຽວ ຄຽງຄູ່ກັນນັ້ນ ກໍໃຫ້ນັກຮຽນເປັນຜູ້ປະຕິບັດກິດຈະກຳດ້ວຍຕົນເອງ ໂດຍມີຄູຄອຍດູແລແນະນຳຢ່າງໃກ້ຊິດ ເພື່ອສ້າງໃຫ້ເດັກມີຄວາມກ້າຄິດ ກ້າທຳ ກ້າສະແດງອອກ ເຮັດວຽກເປັນກຸ່ມ ສ້າງສາຍສຳພັນຄວາມສາມັກຄີພາຍໃນ ເຮັດໃຫ້ເດັກຮູ້ຈັກການໃຊ້ຊີວິດຢູ່ຮ່ວມກັນກັບໝູ່ຄູ່ ຮູ້ຈັກຮັກ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ນອກຈາກກິດຈະກຳພາຍໃນແລ້ວ ທາງຄູຍັງໄດ້ເອົາໃຈໃສ່ເຄື່ອນໄຫວກິດຈະກຳພາຍນອກ ເປັນຕົ້ນການນຳພາອອກເຄື່ອນໄຫວນອກໂຮງຮຽນ ໄປທ່ຽວຊົມສວນສາທາລະນະ ສະຖານທີ່ສຳຄັນຕ່າງໆ ລວມທັງຫໍພິພິທະພັນບັນດາຜູ້ນຳ ເຊັ່ນ: ຫໍພິພິທະພັນ ໄກສອນ ພົມວິຫານ ເຖິງແມ່ນວ່າເດັກນ້ອຍເຫຼົ່ານັ້ນ ຈະເກີດໃໝ່ໃຫຍ່ລຸນ ແຕ່ກໍໄດ້ຜ່ານການຊຶມຊັບຮຽນຮູ້ ໄດ້ຍິນມາຈາກຜູ້ໃຫຍ່ເວົ້າເຖິງ ເພາະສະນັ້ນ ເພື່ອໃຫ້ຮຽນຮູ້ເຖິງມູນເຊື້ອປະຕິວັດ ປະຫວັດຄວາມເປັນມາຂອງບັນພະບູລຸດ ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ໂດຍຜ່ານການສຶກສາເບິ່ງພາບສຳພັດກັບຕົວຈິງ ອັນເປັນການຮຽນຮູ້ແຕ່ຫົວທີ ເຊິ່ງກ່ອນໜ້າເວລາຮຽນໃນຫ້ອງຮຽນ ຄູ-ອາຈານ ກໍຈະໄດ້ກ່າວເຖິງດ້ວຍການເລົ່າປະຫວັດຄວາມເປັນມາ ຂອງບັນດາທ່ານຜູ້ນຳ ເປັນບົດເພງ ບົດກອນ ແລະ ເລົ່າເລື່ອງລາວຕ່າງໆ ທັງນີ້ກໍເພື່ອເປັນການສ້າງນ້ຳໃຈຮັກຊາດ ຮັກບ້ານເກີດເມືອງນອນ ແລະ ບັນດາທ່ານຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ທັງເປັນການປູກຝັງອຸດົມຄະຕິ ອຸດົມການທີ່ດີໃຫ້ແກ່ເດັກທີ່ຍັງເຍົາໄວ ໃຫ້ມີຈິດໃຈບຸກປະຕິວັດ ກາຍເປັນພະນັກງານທີ່ມີຄຸນນະພາບໃນອະນາຄົດ.

ໂດຍ: ແວ່ນຂາວ