ວັນຈັນ ທີ 9 ທັນວາ 2019 15:12:18
ກຸ່ມປະຕິບັດງານສາມຫຼ່ຽມພັດທະນາ ອິນໂດເນເຊຍ-ມາເລເຊຍ-ໄທ (IMT-GT) ແຈ້ງໃຫ້ຮູ້ວ່າ ອິນໂດເນເຊຍ ແລະ ມາເລເຊຍ ພວມພະຍາຍາມຊຸກຍູ້ການເປີດເສັ້ນທາງທາງນ້ຳສາຍ ດູມາຍ-ມາລັກກາ (Dumai-Malacca) ພາຍໃນປີ 2020 ເພື່ອເພີ່ມທະວີການພົວພັນແບບສອງຝ່າຍ.
ທ່ານ ວິສະນຸ ຮັນໂດໂກ ຫົວໜ້າກົມຂົນສົ່ງທາງທະເລ ທີ່ຂຶ້ນກັບກະຊວງຄົມມະນາຄົມ ຂົນສົ່ງ ຂອງອິນໂດເນເຊຍ ແຈ້ງໃຫ້ຮູ້ວ່າ ແຜນການດັ່ງກ່າວ ນອນຢູ່ໃນໂຄງການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງອິນໂດເນເຊຍ ມາເລເຊຍ ແລະ ໄທ ໃນຂົງເຂດເສດຖະກິດ ສັງຄົມ ແລະ ວັດທະນະທຳ.
ຕາມແຜນການແລ້ວ ເສັ້ນທາງທາງນ້ຳດັ່ງກ່າວ ອາດຈະເປີດໃນເດືອນພະຈິກ ປີ 2020 ຫຼັງຈາກທີ່ອິນໂດເນເຊຍ ແລະ ມາເລເຊຍ ລົງນາມບົດບັນທຶກຊ່ວຍຈຳ ທີ່ຄາດວ່າຈະມີຂຶ້ນໃນທ້າຍປີ 2019.
ນອກຈາກນັ້ນແລ້ວ ອີກເສັ້ນທາງໜຶ່ງ ທີ່ເຊື່ອມຕໍ່ ປັດຕະນີ (ໄທ) - ກົວລາ ລຳເປີ (ມາເລເຊຍ) - ສຸມາຕຣາ (ອິນໂດເນເຊຍ) ກໍພວມໄດ້ຮັບການຄົ້ນຄວ້າການຜັນຂະຫຍາຍ ດ້ວຍການຮ່ວມມືແບບສາມຝ່າຍ ຢູ່ໃນຂອບຂອງເວທີການຮ່ວມມື IMT-GT.