ວັນເສົາ ທີ 7 ທັນວາ 2019 19:03:59
ການສຳມະນາຮ່າງນິຕິກຳລຸ່ມກົດໝາຍ ລະຫວ່າງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ແລະ ຂະແໜງການຂອງອົງການປົກຄອງນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 19 ກໍລະກົດ 2019 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຫົວໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການຈັດສຳມະນາຄັ້ງນີ້ເພື່ອເປີດກວ້າງໃຫ້ບັນດາຂະແໜງການກ່ຽວຂ້ອງໄດ້ປະກອບຄຳຄິດຄຳເຫັນໃສ່ຈຸດສຳຄັນຂອງບັນດານິຕິກຳລຸ່ມກົດໝາຍ ໂດຍສະເພາະ ບັນຫາທີ່ຢູ່ໃນນິຕິກຳທີ່ມີຜົນບັງຄັບໃຊ້ທົ່ວໄປ ເຊິ່ງໃນນີ້ ຈະຕ້ອງໄດ້ພ້ອມກັນຄົ້ນຄວ້າຢ່າງລະອຽດ ແລະ ກົງໄປກົງມາ ເພື່ອບໍ່ໃຫ້ມີຜົນກະທົບໄປໃນທາງທີ່ປະຕິບັດບໍ່ໄດ້ ສຳລັບນິຕິກຳລຸ່ມກົດໝາຍທີ່ນຳມາຄົ້ນຄວ້າຄັ້ງນີ້ ປະກອບມີ: ຮ່າງຂໍ້ຕົກລົງວ່າດ້ວຍການປະເມີນຫົວໜ່ວຍລາຄາທີ່ດິນທົ່ວນະຄອນຫຼວງວຽງຈັນ ຮ່າງຂໍ້ຕົກລົງວ່າດ້ວຍໂຄງສ້າງນະຄອນຫຼວງວຽງຈັນສະຫວ່າງ (ສ ສະຫວ່າງ) ຮ່າງຂໍ້ຕົກລົງວ່າດ້ວຍການພັດທະນານະຄອນຫຼວງວຽງຈັນໃຫ້ເປັນຕົວເມືອງສີຂຽວ (ສ ສີຂຽວ) ຮ່າງຄຳສັ່ງວ່າດ້ວຍການຄວບຄຸມສຽງເນືອງນັນທີ່ກະທົບໃສ່ຊຸມຊົນໃນຕົວເມືອງ ແລະ ຊານເມືອງຢູ່ນະຄອນຫຼວງວຽງຈັນ ແລະ ຮ່າງຂໍ້ຕົກລົງວ່າດ້ວຍແຜນວຽກ ແລະ ມາດຕະການແກ້ໄຂໜີ້ສິນຂອງນະຄອນຫຼວງວຽງຈັນ.