ວັນເສົາ ທີ 7 ທັນວາ 2019 18:13:00
ໄຂ້ຍຸງລາຍໃນປັດຈຸບັນແມ່ນໄດ້ມີການລະບາດໃນຫຼາຍແຂວງ ໃນນັ້ນ ແຂວງທີ່ມີຈຳນວນຄົນເຈັບສູງກວ່າໝູ່ ແມ່ນນະຄອນຫຼວງວຽງຈັນ ຈຳປາສັກ ສະຫວັນນະເຂດ ສາລະວັນ ແລະ ຄຳມ່ວນ .
ອີງຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ວັນທີ 18 ກໍລະກົດ 2019 ໃຫ້ຮູ້ວ່າ: ສະພາບການເກີດຂຶ້ນຂອງພະຍາດໄຂ້ຍຸງລາຍໃນປັດຈຸບັນຍັງພົບກໍລະນີເກີດຂຶ້ນໃໝ່ ແລະ ກໍລະນີເສຍຊີວິດເພີ່ມຕື່ມ ຄື: ໃນວັນທີ 18 ກໍລະກົດ 2019 ໄດ້ມີກໍລະນີພະຍາດດັ່ງກ່າວເກີດຂຶ້ນໃໝ່ ທັງໝົດ 374 ກໍລະນີ ແລະ ເສຍຊີວິດຈຳນວນ 1 ຄົນ ກໍລະນີເສຍຊີວິດນີ້ໄດ້ເກີດຂຶ້ນຢູ່ແຂວງຄຳມ່ວນ ມາຮອດປັດຈຸບັນທົ່ວປະເທດມີຄົນເຈັບພະຍາດດັ່ງກ່າວສະສົມ 15.107 ກໍລະນີ ເສຍຊີວິດ 33 ກໍລະນີ ໃນນັ້ນ ນວ ມີ 3.095 ກໍລະນີ ເສຍຊີວິດ 7 ຄົນ ຈຳປາສັກ 2.287 ກໍລະນີ ເສຍຊີວິດ 5 ຄົນ ສະຫວັນນະເຂດ 2.518 ກໍລະນີ ເສຍຊີວິດ 10 ຄົນ ສາລະວັນ 2.002 ກໍລະນີ ເສຍຊີວິດ 3 ຄົນ ຄຳມ່ວນ 1.613 ກໍລະນີ ເສຍຊີວິດ 4 ຄົນ ອັດຕະປື 854 ກໍລະນີ ເສຍຊີວິດ 1 ຄົນ ບໍລິຄຳໄຊ 634 ກໍລະນີ ເສຍຊີວິດ 2 ຄົນ ຫຼວງນ້ຳທາ 400 ກໍລະນີ ແຂວງວຽງຈັນ 359 ກໍລະນີ ເຊກອງ 268 ກໍລະນີ ໄຊຍະບູລີ 277 ກໍລະນີ ເສຍຊີວິດ 1 ຄົນ ຫຼວງພະບາງ 162 ກໍລະນີ ໄຊສົມບູນ 181 ກໍລະນີ ອຸດົມໄຊ 26 ກໍລະນີ ບໍ່ແກ້ວ 15 ກໍລະນີ ຊຽງຂວາງ 15 ກໍລະນີ ຜົ້ງສາລີ 1 ກໍລະນີ ສ່ວນແຂວງຫົວພັນຍັງບໍ່ພົບກໍລະນີ.
ເພື່ອເປັນການຕິດຕາມສະພາບໄຂ້ຍຸງລາຍທີ່ໄດ້ມີການລະບາດເກີດຂຶ້ນໃນປັດຈຸບັນ ວັນທີ 19 ກໍລະກົດ 2019 ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລົງຢ້ຽມຢາມໂຮງໝໍມິດຕະພາບ ເພື່ອຕິດຕາມສະພາບໄຂ້ຍຸງລາຍທີ່ກຳລັງລະບາດໃນປັດຈຸບັນ.
ໃນໂອກາດນີ້ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຊີ້ນຳໃຫ້ແພດໝໍເອົາໃຈໃສ່ຄຸ້ມຄອງກໍລະນີຂອງຄົນເຈັບ ບົ່ງມະຕິໃຫ້ຊັດເຈນ ປິ່ນປົວບໍ່ໃຫ້ມີການຕາຍເພີ່ມຂຶ້ນ ນອກຈາກນັ້ນ ໃຫ້ບັນດາແພດໝໍຕ້ອງໃຫ້ສຸຂະສຶກສາ ກໍຄື ຂໍ້ມູນຂ່າວສານກັບຄົນເຈັບ ແລະ ພີ່ນ້ອງຄົນເຈັບໃຫ້ປະຕິບັດຕາມການແນະນຳຂອງແພດ ພ້ອມນັ້ນຕ້ອງປຸກລະດົມໃຫ້ທຸກຄົນມີສ່ວນຮ່ວມໃນການທຳລາຍແຫຼ່ງເພາະພັນໜອນນ້ຳ ຍຸງລາຍ ເພື່ອຢຸດຢັ້ງການແຜ່ພັນຂອງຍຸງ.