ວັນພຸດ ທີ 11 ທັນວາ 2019 14:45:06
ປັດຈຸບັນ ພະຍາດໄຂ້ຍຸງລາຍໄດ້ມີການລະບາດເກີດຂຶ້ນເປັນວົງກວ້າງ ສົ່ງຜົນໃຫ້ມີກໍລະນີຄົນເຈັບເພີ່ມຂຶ້ນ ແລະ ອັດຕາການເສຍຊີວິດກໍເພີ່ມຂຶ້ນເຊັ່ນກັນ ອີງຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ລາຍງານໃນວັນທີ 11 ກໍລະກົດ 2019 ວ່າ: ໃນວັນດັ່ງກ່າວໄດ້ມີຄົນເຈັບພະຍາດໄຂ້ຍຸງລາຍເກີດຂຶ້ນໃໝ່ໃນທົ່ວປະເທດ ຈຳນວນ 273 ກໍລະນີ ເສຍຊີວິດ 1 ກໍລະນີ ໃນນັ້ນ ໄຂ້ຍຸງທີ່ບໍ່ມີອາການເຕືອນ 229 ກໍລະນີ ໄຂ້ຍຸງມີອາການເຕືອນ 31 ກໍລະນີ ໄຂ້ຍຸງຮ້າຍແຮງ 13 ກໍລະນີ ເສຍຊີວິດ 1 ກໍລະນີ ທີ່ແຂວງໄຊຍະບູລີ ເຊິ່ງເປັນກໍລະນີເສຍຊີວິດຄົນທຳອິດຂອງແຂວງດັ່ງກ່າວ ນັບແຕ່ວັນທີ 29 ທັນວາ 2018 ຫາວັນທີ 11 ກໍລະກົດ 2019 ທົ່ວປະເທດມີຄົນເຈັບສະສົມ 12.831 ກໍລະນີ ເສຍຊີວິດ 29 ກໍລະນີ.
ຕໍ່ກັບກໍລະນີທີ່ເສຍຊີວິດ ສ່ວນໃຫຍ່ແມ່ນຄົນເຈັບທີ່ເປັນໄຂ້ຊື້ຢາມາກິນເອງ ເມື່ອອາການບໍ່ດີຂຶ້ນ ຫຼື ຮຸນແຮງຈຶ່ງໄປຮັບການຮັກສາຢູ່ໂຮງໝໍ ຈຶ່ງເຮັດໃຫ້ໄດ້ຮັບການຮັກສາບໍ່ທ່ວງທັນ ກໍ່ໃຫ້ເກີດການເສຍຊີວິດເພີ່ມຂຶ້ນ ດັ່ງນັ້ນ ເພື່ອຫຼີກລ່ຽງການເສຍຊີວິດ ເມື່ອເປັນໄຂ້ຄວນໄປພົບແພດທັນທີ ເພື່ອຮັບການປິ່ນປົວຢ່າງຖືກຕ້ອງ ແລະ ທັນການ ປ້ອງກັນການເສຍຊີວິດ ຍ້ອນພະຍາດດັ່ງກ່າວ ແລະ ສິ່ງສຳຄັນທີ່ທຸກຄົນຕ້ອງປະຕິບັດເພື່ອປ້ອງກັນພະຍາດນີ້ ບໍ່ໃຫ້ເກີດຂຶ້ນກັບຕົວທ່ານ ແລະ ຄອບຄົວນັ້ນທຸກຄອບຄົວ ກໍຄື ທຸກຄົນຕ້ອງເປັນເຈົ້າການລົງມືທຳລາຍແຫຼ່ງເພາະພັນໜອນຍຸງ ແລະ ອະນາໄມສິ່ງແວດອ້ອມເຮືອນດ້ວຍຕົນເອງເປັນປະຈຳທຸກໆອາທິດ ແລະ ປ້ອງກັນບໍ່ໃຫ້ຍຸງລາຍກັດ ດ້ວຍການນອນໃນມຸ້ງ ຢາທາກັນຍຸງ ນຸ່ງເຄື່ອງຍາວ ຢູ່ທີ່ໂລ່ງແຈ້ງເພື່ອບໍ່ໃຫ້ຍຸງລາຍກັດ ພ້ອມນັ້ນ ອຳນາດການປົກຄອງທ້ອງຖິ່ນຕ້ອງເປັນເຈົ້າການ ໃນການລົງຕິດຕາມຄວາມໜາແໜ້ນຂອງໜອນຍຸງ ຖ້າຈຸດໃດມີໜອນຍຸງ ກໍຕ້ອງນຳພາປະຊາຊົນສ້າງຂະບວນການອະນາໄມເປັນປະຈຳຈົນໜອນຍຸງ ແລະ ຍຸງລາຍຈະໝົດໄປ.