ວັນເສົາ ທີ 14 ທັນວາ 2019 15:53:41
ກອງປະຊຸມກຸ່ມປະເທດ G20 ທີ່ມີຂຶ້ນລະຫວ່າງ ວັນທີ 28-29 ມິຖຸນາ 2019 ຜ່ານມາ ທີ່ເມືອງໂອຊາກາ ປະເທດຍີ່ປຸ່ນ ມີເຫດການພົ້ນເດັ່ນນັ້ນຄື: ການປະຊຸມນອກຂອບຂອງປະທານປະເທດຈີນ ສີ ຈິ້ນຜິງ ແລະ ໂດນານ ທຣຳ ປະທານາທິບໍດີ ອາເມຣິກາ ຜົນການພົບປະເຈລະຈາປາກົດວ່າຕ່າງຝ່າຍຕ່າງຍອມຖອຍຄົນລະກ້າວ ແລ້ວເລີ່ມໃຫ້ມີການເຈລະຈາການຄ້າອີກຄັ້ງ.
ວິທະຍຸກະຈາຍສຽງຫວຽດນາມ (VOVWORLD) ສະບັບອອນລາຍ ລົງວັນທີ 4 ກໍລະກົດ 2019 ມີບົດໃນຫົວຂໍ້: ຄວາມສະຫງົບງຽບຊົ່ວຄາວໃນສົງຄາມການຄ້າອາເມຣິກາ-ຈີນ ມີບາງຕອນຂຽນວ່າ:
“...ທີ່ການພົບປະໃນວັນທີ 29 ມິຖຸນາ ຢູ່ນອກກອງປະຊຸມ G20 ທ່ານປະທານາທິບໍດີ Donald Trump ໄດ້ຕົກລົງເຫັນດີໂຍະຍານບາງຂໍ້ຈຳກັດສຳລັບກຸ່ມບໍລິສັດໂທລະຄົມມະນາຄົມ Huawei ຂອງຈີນ ໂດຍອະນຸຍາດໃຫ້ບັນດາບໍລິສັດເຕັກໂນໂລຊີອາເມຣິກາ ສົ່ງອອກເຄື່ອງອຸປະກອນໃຫ້ແກ່ກຸ່ມບໍລິສັດນີ້ ພ້ອມທັງຈະເລື່ອນກຳນົດເວລາການຈັດວາງອັດຕາພາສີສຳລັບສິນຄ້ານຳເຂົ້າຈາກຈີນ ທີ່ມີມູນຄ່າ 300 ຕື້ USD.
ເຖິງຢ່າງໃດກໍຕາມ ທີ່ປຶກສາດ້ານການຄ້າຂອງທຳນຽບຂາວໃຫ້ຮູ້ວ່າ: ນີ້ບໍ່ແມ່ນການຜ່ອນສັ້ນຜ່ອນຍາວ ພ້ອມທັງເນັ້ນໜັກເຖິງນະໂຍບາຍຂອງວໍຊິງຕັນ ທີ່ກ່ຽວຂ້ອງເຖິງລະບົບ 5G ຂອງ Huawei ແມ່ນບໍ່ມີການປ່ຽນແປງ ທຸກສິ່ງທຸກຢ່າງທີ່ອາເມຣິກາ ໄດ້ເຮັດໄປນັ້ນ ໂດຍພື້ນຖານແມ່ນອະນຸຍາດຂາຍ Chip ໃຫ້ Huawei ແລະ ບັນດາຜະລິດຕະພັນເຕັກໂນໂລຊີລະດັບຕ່ຳນີ້ ບໍ່ສ້າງຜົນສະທ້ອນເຖິງຄວາມໝັ້ນຄົງແຫ່ງຊາດ ການຂາຍ Chip ໃຫ້ Huawei ດ້ວຍຈຳນວນໜ້ອຍຍັງບໍ່ຮອດ 1 ຕື້ USD ຕໍ່ປີນັ້ນ ໃນໄລຍະສັ້ນພຽງແຕ່ແມ່ນພາກສ່ວນໜ້ອຍໃນລະບົບບັນດາບັນຫາ ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ບັນຫາ Huawei ພຽງແຕ່ໄດ້ຮັບການປຶກສາຫາລືໃນຕອນທ້າຍຂອງການເຈລະຈາດ້ານການຄ້າເທົ່ານັ້ນ ສິ່ງດັ່ງກ່າວມີຄວາມໝາຍວ່າ ຊາຕາກຳຂອງ Huawei ຈະຂຶ້ນກັບຂໍ້ຕົກລົງດ້ານການຄ້າລະຫວ່າງ ອາເມຣິກາ-ຈີນ.
ກ່ຽວກັບພາສີ ວົງການນັກໄຈ້ແຍກຖືວ່າເລື່ອງທ່ານ Donald Trump ເລື່ອນກຳນົດເວລາຈັດວາງອັດຕາພາສີ 25% ສຳລັບສິນຄ້າຍັງເຫຼືອທັງໝົດທີ່ນຳເຂົ້າຈາກຈີນນັ້ນ ພຽງແຕ່ມີລັກສະນະຊົ່ວຄາວເທົ່ານັ້ນ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ເລີ່ມດຳເນີນການເຈລະຈາດ້ານການຄ້າຄົນໃໝ່ ສິ່ງດັ່ງກ່າວບໍ່ສາມາດຖືໄດ້ວ່າແມ່ນບາດກ້າວບຸກທະລຸ ແລະ ກໍບໍ່ມີຫຍັງຮັບປະກັນໄດ້ວ່າ: ອາເມຣິກາ ປ່ອຍປະຄວາມຕັ້ງໃຈຈັດວາງອັດຕາພາສີສຳລັບສິນຄ້າຂອງຈີນ...”.
ນັກສັງເກດການຈາກຕ່າງປະເທດໃຫ້ຂໍ້ສັງເກດວ່າ: ການຢຸດຕິຊົ່ວຄາວນີ້ຖືວ່າເປັນໄຊຊະນະຂອງຝ່າຍຈີນ ເພາະກ່ອນການພົບປະຝ່າຍຈີນຕັ້ງເງື່ອນໄຂວ່າ ຝ່າຍອາເມຣິກາ ຕ້ອງຢຸດຕິການກີດກັ້ນບໍລິສັດ Huawei ຈີນຈຶ່ງຈະກັບມານັ່ງໂຕະເຈລະຈາກັນໃໝ່ອີກຄັ້ງ ແຕ່ໃນຄວາມເປັນຈິງຜູ້ເດືອດຮ້ອນ ກໍຄື ຜູ້ບໍລິໂພກຄົນອາເມຣິກາ ແລະ ຜູ້ຜະລິດໃນຈີນ ທີ່ເປັນເຊັ່ນນີ້ ກໍເພາະທັງສອງປະເທດມີການຄ້າຂາຍ ຕ່າງກໍໄດ້ຮັບຜົນປະໂຫຍດຈາກການເປີດຕະຫຼາດຄ້າຂາຍເຊິ່ງກັນ ແລະ ກັນ ຜູ້ສັງເກດການຍັງຕັ້ງຂໍ້ສັງເກດວ່າ: ...ນະໂຍບາຍ American first ຈະປະສົບຄວາມລົ້ມເຫຼວເຊັ່ນດຽວກັບ “ວາທະຂອງມອນໂຣ” ຫຼື Monroes doctrine ວ່າອາເມຣິກາຢູ່ຄົນດຽວແບບໂຣບິນສັນ ກໍໄດ້ ບໍ່ຕ້ອງເພິ່ງພາອາໄສໃຜ ເພາະອາເມຣິກາກວ້າງໃຫຍ່ໄພສານ ມີໝົດທຸກຢ່າງບົດຂຽນຂອງວິທະຍຸກະຈາຍສຽງຫວຽດນາມມ້ວນທ້າຍວ່າ:
“...ເລື່ອງອາເມຣິກາ-ຈີນ ຢຸດຕິການຈັດວາງພາສີໃໝ່ຊົ່ວຄາວ ແລະ ກັບຄືນສູ່ການເຈລະຈາ ພຽງແຕ່ຊ່ວຍບັນດາຕະຫຼາດ ແລະ ນັກລົງທຶນມີໄລຍະເວລາທີ່ສະດວກສະບາຍຊົ່ວຄາວເທົ່ານັ້ນ ກໍຄື ໄດ້ຜ່ອນຄາຍໄພນາບຂູ່ ຊຶ່ງປັດຈຸບັນພວມປົກຄຸມໄປທົ່ວພື້ນຖານເສດຖະກິດທົ່ວໂລກ ຄວາມຫຍຸ້ງຍາກລຳບາກໃນການເຈລະຈາຍັງຄົງລໍຖ້າການກະທຳຂອງສອງຝ່າຍໃນພາຍພາກໜ້າ ແລະ ຍັງບໍ່ທັນມີຫຍັງຮັບປະກັນໄດ້ວ່າ ຈະບັນລຸໄດ້ຂໍ້ຕົກລົງວ່າດ້ວຍການຄ້ານີ້...”.
ຂໍສະເໜີເປັນການແລກປ່ຽນ.
ແນວລາວ