ຊ່ວຍກັນຮັກສາສິ່ງແວດລ້ອມໃນລະດູຝົນ

3.155 19 ມິ.ຖ. 2019 ນານາສາລະ

    ຄວາມ​ຈິງ​ຫາກ​ເວົ້າ​ເຖິງ​ການ​ຮັກ­ສາ​ສິ່ງ­ແວ­ດລ້ອມ​ນັ້ນ ບໍ່​ຈຳ­ເພາະ​ແຕ່​ໃນ​ລະ­ດູ­ຝົນ​ດອກ ແຕ່​ວ່າ​ສຳ­ລັບ​ລະ­ດູ­ຝົນ​ເຊິ່ງ​ຈະ​ຕາມ​ມາ​ດ້ວຍ​ບຸນ​ເຂົ້າ​ພັນ​ສາ ເຊິ່ງ​ຄ່າ​ນິ­ຍົມ​ເກົ່າ​ຂອງ​ຊາວ​ພຸດ​ລາວ ເລື່ອງ​ການ​ຮັກ­ສາ-ອະ­ນຸ​ຮັກ​ການ​ສືບ​ພັນ​ຂອງ​ສັດ​ບົກ ແລະ ສັດ​ນ້ຳ ອາດ​ມີ​ຫຼາຍ​ຄົນ​ຫຼົງ​ລືມ​ຄ່າ​ນິ­ຍົມ​ທີ່​ບັນ­ພະ­ບຸ­ລຸດ​ໄດ້​ພາ​ປະ­ຕິ­ບັດ​ສືບ​ມາ ເນື່ອງ​ຈາ​ກວ່າ​ຄ່າ​ນິ­ຍົມ​ໂລກ​ປັດ­ຈຸ­ບັນ ຄົນ​ສ່ວນ​ໃຫຍ່​ໃນ​ສັງ­ຄົມ​ເພິ່ນ​ອາດ​ແຂ່ງ­ຂັນ​ກັນ​ຮັ່ງ­ມີ​ດີ​ໄດ້ ຈົນ​ພາ­ໃຫ້​ເກີດ​ການ​ທຳ­ລາຍ​ສິ່ງ­ແວ­ດລ້ອມ​ກໍ​ມີ.

    ລະ­ດູ­ຝົນ​ສຳ­ລັບ​ຄົນ​ລາວ​ເປັນ​ທີ່​ຊາວ​ກະ­ສິ­ກອນ​ປູກ­ຝັງ ລ້ຽງ­ສັດ ຫຼື ເຮັດ​ທຸ­ລະ​ກິດ​ດ້ານ​ການ​ກະ­ເສດ ຍ່ອມ​ຕ້ອງ​ໄດ້​ລະ­ວັງ​ເລື່ອງ !..ການ​ນຳ​ໃຊ້​ສານ​ເຄ​ມີ​ບໍ່​ໃຫ້​ເກີດ​ຜົນ​ກະ­ທົບ​ຕໍ່​ສິ່ງ­ແວ­ດລ້ອມ​ທັງ​ສັດ ພືດ ແລະ ບຸກ­ຄົນ​ທີ່­ຢູ່​ອາ­ໄສ​ໃກ້​ຄຽງ ຜູ້​ຂຽນ​ນຳ​ສະ­ເໜີ​ບາງ​ຂໍ້ ມາດ­ຕາ​ຂອງ​ຂໍ້​ຕົກ­ລົງ​ລັດ­ຖະ­ມົນ­ຕີ​ວ່າ​ດ້ວຍ​ມາດ­ຖານ​ກະ­ສິ­ກຳ​ທີ່​ດີ ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ຜົນ​ຜະ­ລິດ (ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ 2011) ບໍ່​ອະ­ນຸ­ຍາດ​ໃຫ້​ປູກ​ແນວ​ພັນ​ພືດ ຫຼື ຊະ­ນິດ​ພືດ​ທີ່​ເປັນ​ພິດ​ຕໍ່​ສຸ­ຂະ­ພາບ​ຂອງ​ຜູ້​ບໍ­ລິ­ໂພກ ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ຕໍ່​ການ​ປົນ​ເປື້ອນ​ຂອງ​ພື້ນ​ທີ່​ການ​ຜະ­ລິດ ແລະ ແຫຼ່ງ​ນ້ຳ​ຕ້ອງ​ຄັດ​ເລືອກ​ສານ​ເຄ​ມີ​ທີ່​ເໝາະ​ສົມ​ເພື່ອ​ທຳ​ຄວາມ​ສະ­ອາດ ແລະ ຂ້າ​ເຊື້ອ​ພະ­ຍາດ...ຄຳ​ແນະ­ນຳ​ຕ່າງໆ​ນີ້ ຜູ້​ປະ­ກອບ​ການ​ທາງ​ດ້ານ​ກະ­ສິ­ກຳ ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ບໍ່​ໃຫ້​ເກີດ​ຜົນ​ກະ­ທົບ​ຕໍ່​ສິ່ງ­ແວ­ດລ້ອມ.

    ຜູ້​ຂຽນ​ຂໍ​ຍົກ​ຕົວ­ຢ່າງ​ຕື່ມ​ເຊັ່ນ: ໃນ​ບ້ານ​ໜຶ່ງ​ມີ​ບາງ​ຄອບ­ຄົວ​ເຮັດ​ທຸ­ລະ​ກິດ​ດ້ານ​ປາ​ມຶກ (ຈີ່ ປີ້ງ​ຂາຍ) ເຊິ່ງ​ຜູ້​ກ່ຽວ­ຂ້ອງ​ຕ້ອງ​ໄດ້​ນຳ​ໃຊ້​ເຄ​ມີ​ແຊ່​ດອງ​ປາ​ມຶກ ເຖິງ​ເວ­ລາ​ລ້າງ​ທຳ​ຄວາມ​ສະ­ອາດ ຈຶ່ງ​ພາ­ໃຫ້​ນ້ຳ​ເນົ່າ​ເໝັນ​ໄຫຼ​ກະ­ຈາຍ​ໃສ່​ຫຼາຍ​ພື້ນ​ທີ່ ຜູ້​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈຶ່ງ​ແຈ້ງ​ນາຍ­ບ້ານ ແລະ ການ­ຈັດ­ຕັ້ງ​ສິ່ງ­ແວ­ດລ້ອມ ແຕ່​ຜົນ​ປາ­ກົດ​ວ່າ​ມີ​ການ​ລົງ​ກວດ­ກາ​ຫຼາຍ​ຄັ້ງ ແຕ່​ບໍ່​ເຄີຍ​ຖືກ​ແກ້​ໄຂ...?.

    ລະ­ດູ­ຝົນ​ສຳ­ລັບ​ຄົນ​ລາວ​ທີ່​ທຳ​ມາ​ຫາ​ກິນ​ຢູ່​ຕາມ​ທຳ​ມະ​ຊາດ ເຂົາ​ຈະ​ຖື​ຄະ­ຕິ​ກິນ​ແນ່ ທານ​ນຳ ແຕ່​ພວກ​ວັດ​ບໍ່​ເຂົ້າ ພະ​ເຈົ້າ​ບໍ່​ນົບ ຈະ​ບໍ່​ສົນ­ໃຈ​ຄະ­ຕິ​ນີ້ ກິນ​ແນ່ ທານ​ນຳ ໝາຍ​ຄວາມ​ວ່າ​ຄົນ​ລາວ​ແຕ່​ກ່ອນ​ເວ­ລາ​ຊອກ​ຫາ​ກິນ​ຫາກ​ພົບ​ສັດ​ມີ​ໄຂ່ ຫຼື ລ້ຽງ​ລູກ​ອ່ອນ ເພິ່ນ​ຈະ​ເວັ້ນ​ບໍ່​ທຳ­ລາຍ ເພາະ​ເພິ່ນ​ເຫັນ​ປະ­ໂຫຍດ​ໄລ­ຍະ​ຍາວ​ໃຫ້​ສັດ​ເຫຼົ່າ­ນັ້ນ ອອກ​ແມ່​ແຜ່​ລູກ​ໄດ້​ມີ​ໂອ­ກາດ​ສືບ​ພັນ ສຳ­ລັບ​ພືດ​ພັນ​ຕ່າງໆ​ເພິ່ນ​ຈະ​ຕັດ​ເອົາ​ມາ​ໃຊ້​ໃຫ້​ເໝາະ​ສົມ ອີກ​ຄ່າ​ນິ­ຍົມ​ໜຶ່ງ​ຂອງ​ຄົນ​ບູ­ຮານ​ຍາມ​ລະ­ດູ­ຝົນ ເພິ່ນ​ຈະ​ບໍ່​ຕັນ​ທາງ​ທຽວ​ຂອງ​ສັດ​ນ້ຳ ເພື່ອ​ໃຫ້​ສັດ​ດັ່ງ­ກ່າວ​ໄດ້​ຂຶ້ນ​ໄປ​ໄຂ່​ໃນ​ບວກ ແລະ ໜອງ.

    ພວກ​ເຮົາ​ຈະ​ເຫັນ​ໄດ້​ວ່າ ບັນ­ພະ­ບຸ­ລຸດ​ລາວ​ຈະ​ສະ­ຫຼາດ​ຢູ່​ກັບ​ທຳ​ມະ​ຊາດ ໂດຍ​ມີ​ສິນ​ທຳ​ປະ­ຈຳ​ໃຈ ຮູ້­ຈັກ​ນຳ​ໃຊ້​ທຳ​ມະ​ຊາດ​ໃຫ້​ເກີດ​ປະ­ໂຫຍດ​ຍາວ​ນານ ເພາະ​ຖ້າ​ຂາດ​ສິນ​ທຳ​ກໍ​ຈະ​ເຫັນ­ແກ່​ໂຕ​ທັນ­ທີ.

ຂ່າວທີ່ກ່ຽວຂ້ອງ