ວັນພະຫັດ ທີ 12 ທັນວາ 2019 05:10:52
ຂ່າວສານ AFP ຂອງຝຣັ່ງ ແຈ້ງໃຫ້ຮູ້ວ່າ ນັກຂ່າວຂອງຕົນສອງຄົນ ໄດ້ຖືກກອງກຳລັງຮັກສາຄວາມສະຫງົບຂອງສາທາລະນະລັດ ອາຟະຣິກກາກາງ (ສ ອາຟະຣິກກາກາງ) ຈັບກຸມ ໃນຂະນະທີ່ພວມລາຍງານຂ່າວກ່ຽວກັບການປະທ້ວງທີ່ເປັນເລື່ອງຖືກຫ້າມລາຍໜຶ່ງ ຂອງຝ່າຍຄ້ານ ຊຶ່ງເກີດຂຶ້ນຢູ່ໃນນະຄອນຫຼວງ ບັງກີ ຂອງ ສ ອາຟະຣິກກາກາງ.
ນັກຂ່າວທັງສອງຄົນດັ່ງກ່າວ ໃຫ້ຮູ້ວ່າ ເຂົາເຈົ້າໄດ້ຖືກຄຸມຂັງເປັນເວລາກວ່າ 6 ຊົ່ວໂມງ ແລະ ຖືກສອບຖາມ 3 ເທື່ອ ໃນວັນທີ 15 ມິຖຸນານີ້ ຫຼັງຈາກທີ່ໄປເຫັນປະຈັກຕາ ເລື່ອງທີ່ກອງກຳລັງຮັກສາຄວາມສະຫງົບ OCRB ຂອງ ສ ອາຟະຣິກກາກາງ ປາບປາມບັນດາຜູ້ປະທ້ວງ. ບັນດາອຸປະກອນຮັບໃຊ້ການເກັບກຳ ແລະ ລາຍງານຂ່າວຂອງນັກຂ່າວສອງຄົນດັ່ງກ່າວ ໄດ້ຖືກຢຶດໄປ ແລະ ກ້ອງບັນທຶກພາບໜ່ວຍໜຶ່ງ ໄດ້ຖືກທຸບຈົນເປ່ເພ.
ລັດຖະມົນຕີກະຊວງພາຍໃນຂອງ ສ ອາຟະຣິກກາກາງ ຢັ້ງຢືນວ່ານັກຂ່າວສອງຄົນດັ່ງກ່າວ ໄດ້ຖືກກັກຂັງເປັນການຊົ່ວຄາວ ເພາະຖືກກ່າວຫາວ່າເຂົ້າຮ່ວມໃນການປະທ້ວງທີ່ຜິດກົດໝາຍລາຍໜຶ່ງ ແລະ ວ່າເວລານີ້ ນັກຂ່າວສອງຄົນນັ້ນໄດ້ຖືກປ່ອຍຕົວແລ້ວ ແລະ ພວມດຳເນີນການສືບສວນສອບສວນກ່ຽວກັບເລື່ອງນີ້ຢູ່.