ວັນຈັນ ທີ 16 ທັນວາ 2019 06:14:44
ການແຂ່ງຂັນບານເຕະຍິງ ຮຸ່ນອາຍຸບໍ່ເກີນ 15 ປີ U-15 ຊິງແຊັມອາຊຽນ 2019 ຢູ່ຊົນບູຣີ ປະເທດໄທ ວັນທີ 9-21 ພຶດສະພາ 2019 ນັດທີ 2 ກຸ່ມ B U-15 ທີມຊາດລາວ ເອົາຊະນະທີມຊາດສິງກະໂປ 7-0 ປະຕູ ໂດຍໄດ້ 3 ປະຕູຈາກ ເປ້ ພົມພັກດີ ໃນນາທີໆ 16 21 ແລະ 25 ສຸພາພອນ ໄຊສຸລາດ ນາທີໆ 5 ໃຈຄຳ ນາທີໆ 56 89 ແລະ ຈິນດາ ສີຫາລາດ ນາທີໆ 60 ເຮັດໃຫ້ ທີມຊາດລາວ ມີ 6 ຄະແນນ ຈາກ 2 ນັດ ຍິງໄດ້ 11 ປະຕູ ບໍ່ເສຍປະຕູ ໂອກາດເຂົ້າຮອບຮອງຊະນະເລີດສົດໃສ.
ສ່ວນຜົນແຂ່ງຂັນອີກ 2 ຄູ່ ທີມຊາດໄທ ຊະນະ ກຳປູເຈຍ 4-0 ແລະ ກຸ່ມ A ທີມຊາດຟິລິບປິນ ຊະນະ ທີມຊາດມຽນມາ 5-0 ປະຕູ.
ສຳລັບຕາຕະລາງການແຂ່ງຂັນຂອງທີມຊາດລາວ ນັດທີ 3 ຈະລົງສະໜາມ ວັນທີ 15 ພຶດສະພາ 2019 ເວລາ 15:30 ໂມງ ພົບ ທີມຊາດກຳປູເຈຍ ແລະ ວັນທີ 17 ພຶດສະພາ 2019 ເວລາ 15:30 ໂມງ ພົບທີມຊາດໄທ ທັງ 2 ນັດ ແຂ່ງຂັນຢູ່ທີ່ສະໜາມ Institute of Physical Education Chonburi Campus Stadium.