ວັນອັງຄານ ທີ 10 ທັນວາ 2019 05:59:57
ພິທີປະກາດການຈັດຕັ້ງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຜູ້ໃໝ່ ຈັດຂຶ້ນວັນທີ 19 ເມສາ 2019 ຢູ່ຫ້ອງວ່າການປົກຄອງ ນວ ໂດຍມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ພ້ອມດ້ວຍຮອງເລຂາຄະນະພັກ ຮອງເຈົ້າຄອງ ຄະນະປະຈຳພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນທອງ ພົມມະຈັນ ຫົວໜ້າຄະນະຈັດຕັ້ງ ນວ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແຕ່ງຕັ້ງຮອງເຈົ້າຄອງ ນວ ຜູ້ໃໝ່ວ່າ: ອີງຕາມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ຄຳສັ່ງຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການແຕ່ງຕັ້ງຮອງເຈົ້າຄອງ ນວ ເລກທີ 0267/ຈນວ ລົງວັນທີ 4 ເມສາ 2019 ມາດຕາ 19 ແລະ ມາດຕາທີ 20 ໝວດທີ 4 ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2015 ສະບັບເລກທີ 68/ສພຊ ລົງວັນທີ 14 ທັນວາ 2015 ວ່າດ້ວຍພາລະບົດບາດສິດ ແລະ ໜ້າທີ່ຂອງເຈົ້າແຂວງ ເຈົ້າຄອງນະຄອນຫຼວງ ໜັງສືແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 39/ຄຈສພ ລົງວັນທີ 20 ກຸມພາ 2019 ກ່ຽວກັບການແຕ່ງຕັ້ງຮອງເຈົ້າຄອງ ນວ ມະຕິຂອງຄະນະປະຈຳສະພາປະຊາຊົນ ນວ ສະບັບເລກທີ 020/ຄປຈສປ ນວ ລົງວັນທີ 3 ເມສາ 2019 ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງຮອງເຈົ້າຄອງ ນວ ໜັງສືສະເໜີຂອງຄະນະຈັດຕັ້ງ ນວ ສະບັບເລກທີ 0235/ຄຈນວ ລົງວັນທີ 3 ເມສາ 2019 ເຈົ້າຄອງ ນວ ໄດ້ຕົກລົງແຕ່ງຕັ້ງທ່ານ ອາດສະພັງທອງ ສີພັນດອນ ກຳມະການປະຈຳພັກ ຮອງລັດຖະມົນຕີກະຊວງການເງິນ ເປັນຮອງເຈົ້າຄອງ ນວ.
ໂອກາດນີ້ ທ່ານເຈົ້າຄອງ ນວ ກໍໄດ້ສະແດງຄວາມຊົມເຊີຍທີ່ທ່ານ ອາດສະພັງທອງ ສີພັນດອນ ໄດ້ຮັບມອບໝາຍຈາກຂັ້ນເທິງ ໃຫ້ມາປະຕິບັດໜ້າທີ່ຢູ່ຂັ້ນທ້ອງຖິ່ນ ເພື່ອປະກອບສ່ວນສ້າງສາ ແລະ ພັດທະນາ ນວ ມີບາດກ້າວຂະຫຍາຍຕົວຮອບດ້ານ ໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍເພີ່ມຂຶ້ນ ພ້ອມນີ້ ຍັງໄດ້ຍົກໃຫ້ເຫັນພາລະບົດບາດ ສິດ ໜ້າທີ່ ຄວາມຮັບຜິດຊອບຂອງຮອງເຈົ້າຄອງ ນວ ຕື່ມອີກ.