ວັນອັງຄານ ທີ 10 ທັນວາ 2019 06:41:14
ກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມລາວ-ຫວຽດນາມ ຄັ້ງທີ VI ຈັດຂຶ້ນວັນທີ 28 ມີນາ 2019 ຢູ່ນະຄອນຫຼວງວຽງຈັນ ເປັນປະທານໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ແລະ ທ່ານ ດ່າວ ຫງ໋ອກ ຢຸງ ລັດຖະມົນຕີ ກະຊວງແຮງງານ-ເສຍອົງຄະ ແລະ ສັງຄົມຫວຽດນາມ.
ກອງປະຊຸມ ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມຂອງແຕ່ລະປະເທດ ໄດ້ຢັ້ງຢືນໃຫ້ເຫັນເຖິງຄວາມສາມັກຄີ ແລະ ການຮ່ວມມືອັນສະໜິດແໜ້ນ ນອກນັ້ນ ສອງກະຊວງຍັງໄດ້ພົບປະສອງຝ່າຍ ແລະ ແລກປ່ຽນຂໍ້ມູນສະພາບການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ແລະ ຜົນສຳເລັດດ້ານວຽກງານຮ່ວມມືຂອງສອງກະຊວງໃນໄລຍະຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ຕີລາຄາສູງຕໍ່ຜົນສຳເລັດ ການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມລາວ-ຫວຽດນາມ ຄັ້ງທີ V ປີ 2017 ຜົນສຳເລັດກອງປະຊຸມວິຊາການກ່ຽວກັບວຽກແຮງງານ ແລະ ຈັດຫາງານ ວຽກພັດທະນາຊັບພະຍາກອນມະນຸດ ແລະ ວຽກສະຫວັດດີການສັງຄົມ ກໍຄືກອງປະຊຸມ ຄັ້ງທີ 2 ຂອງຄະນະຮ່ວມມືປະຕິບັດສັນຍາວ່າດ້ວຍການຮ່ວມມືດ້ານແຮງງານລາວ-ຫວຽດນາມ ກອງປະຊຸມໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບຂໍ້ຄົງຄ້າງທີ່ຈະຕ້ອງໄດ້ຮ່ວມມືກັນ ສືບຕໍ່ສົ່ງເສີມການຮ່ວມມືໃນຕໍ່ໜ້າໃຫ້ມີປະສິດທິຜົນ.
ນອກນີ້ ລັດຖະມົນຕີສອງກະຊວງເຫັນດີເປັນເອກະພາບຕໍ່ເນື້ອໃນບົດລາຍງານຜົນສຳເລັດ ກ່ຽວກັບການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະປີ 2017-2019 ແລະ ແຜນການຮ່ວມມືໄລຍະ 2019-2021 ສຳລັບກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມລາວ-ຫວຽດນາມ ຄັ້ງທີ VII ຈະຈັດຂຶ້ນທີ່ຫວຽດນາມໃນປີ 2021.
ຕອນທ້າຍກອງປະຊຸມ ຝ່າຍລາວຍັງໄດ້ປະດັບຫຼຽນໄຊມິດຕະພາບໃຫ້ບັນດາກົມກອງຂອງກະຊວງແຮງງານ ເສຍອົງຄະ ແລະ ສັງຄົມຫວຽດນາມ 16 ກົມກອງ ແລະ ຝ່າຍຫວຽດນາມ ກໍໄດ້ປະດັບຫຼຽນໄຊມິດຕະພາບໃຫ້ບັນດາກົມກອງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ 11 ກົມກອງລວມໝູ່ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນວຽກງານດັ່ງກ່າວ ໃນໄລຍະຜ່ານມາຕື່ມອີກ.