ວັນເສົາ ທີ 14 ທັນວາ 2019 14:23:32
ພິທີໄຂນຳໃຊ້ສຳນັກງານສະຖານກົງສຸນກິດຕິມະສັກ ສ ສະໂລວັກ ປະຈຳ ສປປ ລາວ ຈັດຂຶ້ນວັນທີ 21 ມີນາ 2019 ຢູ່ສຳນັກງານດັ່ງກ່າວ ບ້ານຂຸນຕາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ສະຕານິສະລອບ ໂອເປຍລາ ເອກອັກຄະລັດຖະທູດ ສ ສະໂລວັກ ປະຈຳ ສປປ ລາວ ເຊິ່ງມີສຳນັກງານຕັ້ງຢູ່ບາງກອກ ຣາຊະອານາຈັກໄທ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ວົງນຳ ວົງວິໄລ ກົງສຸນກິດຕິມະສັກ ສ ສະໂລວັກ ປະຈຳ ສປປ ລາວ ເປັນປະທານບໍລິສັດ ຂຸນຕາປ້າຍໂຄສະນາ ຈຳກັດຜູ້ດຽວ ກ່າວວ່າ: ການໄຂນຳໃຊ້ສຳນັກງານສະຖານກົງສຸນກິດຕິມະສັກຄັ້ງນີ້ ເປັນຂີດໝາຍອັນດີໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສ ສະໂລວັກ ໃນຕົ້ນປີ 2018 ທ່ານຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນຂອງ ສ ສະໂລວັກ ໄດ້ນຳພາຄະນະຜູ້ແທນ ແລະ ນັກທຸລະກິດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ສປປ ລາວ ເຊິ່ງການມາຢ້ຽມຢາມຄັ້ງນັ້ນ ບໍລິສັດ ຂຸນຕາປ້າຍໂຄສະນາ ຈຳກັດຜູ້ດຽວ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ອະດີດນັກສຶກສາຈາກ ສ ສະໂລວັກ ແລະ ສ ເຊັກ ໄດ້ຮັບກຽດຈັດງານລ້ຽງຕ້ອນຮັບຢ່າງອົບອຸ່ນ.
ກ່ອນໜ້ານີ້ ນັກຮຽນລາວຫຼາຍ 100 ຄົນ ໄດ້ຮັບທຶນການສຶກສາຈາກ ສ ສະໂລວັກ ເຊິ່ງເມື່ອກ່ອນເປັນສາທາລະນະລັດສັງຄົມນິຍົມເຊັກໂກສະໂລວາກີ ພວກເຮົາໄດ້ໝູນໃຊ້ໂອກາດດັ່ງກ່າວ ເຂົ້າຮຽນໃນມະຫາວິທະຍາໄລ ແລະ ສະຖາບັນການເຝິກອົບຮົມວິຊາຊີບ ພາຍຫຼັງສຳເລັດການສຶກສາ ກໍໄດ້ກັບຄືນປະເທດ ແລະ ໄດ້ມີວຽກເຮັດງານທຳໃນຂະແໜງການຕ່າງໆທັງພາກລັດ ແລະ ເອກະຊົນ ບາງທ່ານມີຕຳແໜ່ງໃນອົງການລັດຖະບານ ແລະ ສະພາແຫ່ງຊາດ ສະເພາະຂ້າພະເຈົ້າໄດ້ໃຊ້ຄວາມຮູ້ ແລະ ປະສົບການທີ່ໄດ້ຮຽນມາຈາກສະໂລວັກ ໝູນໃຊ້ໃນວຽກງານຕົວຈິງ ແລະ ການດຳເນີນທຸລະກິດຂອງຕົນເອງຢ່າງມີຜົນສຳເລັດເປັນກ້າວໆ ປັດຈຸບັນ ບໍລິສັດ ຂຸນຕາປ້າຍໂຄສະນາ ຈຳກັດຜູ້ດຽວ ເປັນໜຶ່ງໃນບໍລິສັດໂຄສະນາທີ່ມີຊື່ສຽງໃນ ສປປ ລາວ ແລະ ເປັນບໍລິສັດທຳອິດທີ່ໄດ້ໃບຮັບຮອງຄຸນນະພາບ ISO 9002-2008 ແລະ ໄດ້ຍົກລະດັບເປັນ ISO 9001-2015.
ການໄດ້ຮັບການແຕ່ງຕັ້ງເປັນກົງສຸນກິດຕິມະສັກ ສ ສະໂລວັກ ປະຈຳ ສປປ ລາວ ແມ່ນເປັນກຽດສັກສີ ແລະ ພິເສດສຳລັບຂ້າພະເຈົ້າ ແລະ ຂໍໃຫ້ສັນຍາວ່າຈະປະຕິບັດໜ້າທີ່ຢ່າງສຸດຄວາມສາມາດ ເພື່ອເພີ່ມທະວີເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ເປັນຈິງ ລະຫວ່າງປະຊາຊົນ ລາວ-ສະໂລວັກ ແລະ ຜົນປະໂຫຍດຂອງ 2 ປະເທດໃນອະນາຄົດ.