ວັນອັງຄານ ທີ 10 ທັນວາ 2019 00:52:27
ທາງການ ສ ອາເມຣິກາ ແຈ້ງໃຫ້ຮູ້ເຖິງການທີ່ຈະນຳເອົາ 5 ອົງການຂອງກູບາ ເຂົ້າໄປໃນບັນຊີບັນດາວິສາຫະກິດ ແລະ ສາຂາ ຂອງກູບາ ຊຶ່ງ ສ ອາເມຣິກາ ຫ້າມພົນລະເມືອງ ແລະອົງການຂອງຕົນເຂົ້າໄປພົວພັນ.
ໃນຖະແຫຼງການທີ່ມີອອກມາເມື່ອວັນທີ 11 ມີນານັ້ນ ທາງການ ສ ອາເມຣິກາ ເນັ້ນໜັກວ່າ ການຕົກລົງເປີດກວ້າງບັນຊີການລົງໂທດດັ່ງກ່າວ ແມ່ນເລີ່ມມາຈາກການທີ່ ສ ອາເມຣິກາ ເຫັນວ່າການລົງປະຊາມະຕິຮັບຮອງລັດຖະທຳມະນູນໃໝ່ຂອງກູບາ ເມື່ອວັນທີ 24 ກຸມພາທີ່ຜ່ານມາ ເປັນເລື່ອງທີ່ “ບໍ່ມີປະຊາທິປະໄຕ” ລວມເຖິງການທີ່ກອງກຳລັງຮັກສາຄວາມສະຫງົບຂອງກູບາ “ໃຫ້ຄວາມຊ່ວຍເຫຼືອ” ແຫ່ລັດຖະບານເວເນຊູເອລາ ພາຍໃຕ້ການນຳພາຂອງປະທານາທິບໍດີ ນີໂກລາສ ມາດູໂຣ.
ກະຊວງການຕ່າງປະເທດ ສ ອາເມຣິກາ ປະກາດໃຊ້ບັນຊີດັ່ງກ່າວເປັນເທື່ອທຳອິດ ເມື່ອເດືອນພະຈິກ 2017 ແລະຫຼັງຈາກນັ້ນໜຶ່ງປີ ກໍໄດ້ຮັບການເປີດເກວ້າງ. ກ່ອນການເປີດກວ້າງທີ່ຈະມີຂຶ້ນມໍ່ໆນີ້ ບັນຊີດັ່ງກ່າວປະກອບມີ 205 ວິສາຫະກິດ ແລະ ສາຂາ ທີ່ພົວພັນເຖິງການປ້ອງກັນຄວາມສະຫງົບ ແລະປ້ອງກັນຊາດຂອງກູບາ ນັບຕັ້ງແຕ່ກະຊວງບັນດາກຳລັງປະກອບອາວຸດປະຕິວັດ ກອງກຳລັງຕຳຫຼວດປະຕິວັດແຫ່ງຊາດກູບາ ໄປຈົນຮອດເຂດພັດທະນາພິເສດ ມາຣຽນ ຫຼືທ່າກຳປັ່ນ ລາ ຮາວານ.