ວັນພຸດ ທີ 11 ທັນວາ 2019 15:42:05
ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ (ຖວທ) ນຳໂດຍທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖວທ ໄດ້ພົບປະການນຳກະຊວງຖະແຫຼງຂ່າວ ແລະ ການສື່ສານ ແຫ່ງ ສສ ຫວຽດນາມ ນຳໂດຍທ່ານ ຫງວຽນ ແມງ ຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ໃນວັນທີ 11 ມີນາ 2019 ຢູ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ.
ໃນການພົບປະຄັ້ງນີ້ ສອງຝ່າຍໄດ້ຜັດປ່ຽນກັນແຈ້ງໃຫ້ຊາບເຖິງຜົນສຳເລັດ ດ້ານວຽກງານຖະແຫຼງຂ່າວແຕ່ລະປະເທດ ໃນໄລຍະຜ່ານມາ ແລະ ຜ່ານການລາຍງານໃຫ້ຊາບ ເຫັນວ່າສອງຝ່າຍມີຄວາມເພິ່ງພໍໃຈຕໍ່ຜົນການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງທັງສອງປະເທດໃນໄລຍະຜ່ານມາ ແລະ ກຳນົດແຜນການຮ່ວມມືໃນຕໍ່ໜ້າ.
ໂອກາດນີ້ ທ່ານ ບໍ່ແສງຄຳ ວົງດາລາ ໄດ້ມີຄຳເຫັນວ່າ: ໃນຊຸມປີຜ່ານມາສອງກະຊວງ ໄດ້ຮ່ວມກັນຈັດຕັ້ງງານວາງສະແດງຮູບພາບປື້ມ ໜັງສືພິມ ແລະ ວາລະສານຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ນອກນີ້ ຍັງໄດ້ແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ໃນລະດັບຄະນະຜູ້ແທນຂັ້ນສູງຂອງກະຊວງ ຂັ້ນກົມ ແລະ ຂັ້ນວິຊາການ ແຕ່ລະປີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຍັງໄດ້ຈັດເຝິກອົບຮົມວຽກງານສື່ມວນຊົນໃຫ້ແກ່ບັນນາທິການ ນັກຂ່າວລາວທີ່ມາຈາກສູນກາງ ແລະ ທ້ອງຖິ່ນ ໂດຍຈັດຢູ່ລາວ ແລະ ຫວຽດນາມ ສາມາດຕີລາຄາວ່າເປັນການເຝິກອົບຮົມທີ່ມີປະສິດທິຜົນ ແລະ ຄວນສືບຕໍ່ປະຕິບັດໃນຕໍ່ໜ້າ ພ້ອມນີ້ ສອງຝ່າຍໄດ້ຮ່ວມກັນໂຄສະນາກະຈາຍຂ່າວຜ່ານໜັງສືພິມ ວິທະຍຸ ແລະ ໂທລະພາບ ໃນໂອກາດວັນສຳຄັນຕ່າງໆຂອງສອງປະເທດ ແລະ ແລກປ່ຽນລາຍການວິທະຍຸ-ໂທລະພາບເຊິ່ງກັນ ແລະ ກັນຕື່ມອີກ ໂດຍລວມແລ້ວການຮ່ວມມືແມ່ນມີຜົນສຳເລັດ ເຮັດໃຫ້ວຽກງານວິຊາສະເພາະໄດ້ຮັບການຍົກລະດັບດີຂຶ້ນເທື່ອລະກ້າວ.
ພາຍຫຼັງສິ້ນສຸດການພົບປະ ສອງຝ່າຍໄດ້ເຊັນບົດບັນທຶກຮ່ວມກັນ ເພື່ອຮ່ວມມືສຳລັບປີ 2019 ປະກອບມີ 5 ເນື້ອໃນເອກະສານ ຄື: ດ້ານສື່ສິ່ງພິມ ດ້ານວິທະຍຸ-ໂທລະພາບ ດ້ານການພິມຈຳໜ່າຍ ດ້ານເຝິກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນຂໍ້ມູນຂ່າວສານ ແລະ ການສື່ສານ.