ວັນອັງຄານ ທີ 10 ທັນວາ 2019 21:29:22
ວັນທີ 15 ກຸມພາ 2019 ທີ່ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມໃນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2018 ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຈີນ ໂດຍຕາງໜ້າໃຫ້ແກ່ຝ່າຍລາວແມ່ນທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ຝ່າຍຈີນ ໂດຍທ່ານ ຈຽງຈາຍຕົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ມີຜູ້ຕາງໜ້າຈາກບັນດາ ກະຊວງ ຂະແໜງການ ທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ການລົງນາມໃນສັນຍາຮ່ວມມືໂຄງການໃນຄັ້ງນີ້ແມ່ນ ເພື່ອເປັນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ທີ່ຈັດຂຶ້ນຢູ່ແຂວງຫຼວງພະບາງ ໃນເດືອນທັນວາ 2018 ຊຶ່ງກອງປະຊຸມດັ່ງກ່າວ ໄດ້ຮັບຮອງເອົາທັງໝົດ 138 ໂຄງການຂອງ 6 ປະເທດສະມາຊິກ (ກຳປູເຈຍ ສປ ຈີນ ສປປ ລາວ ມຽນມາ ໄທ ແລະ ຫວຽດນາມ) ໃນນັ້ນ ສປປ ລາວ ໄດ້ຮັບຈຳນວນ 21 ໂຄງການ ລວມມູນຄ່າ 4,551,100 ໂດລາສະຫະລັດ ຊຶ່ງປະກອບມີ 7 ກະຊວງ ຂະແໜງການ ຄື: ກະຊວງການຕ່າງປະເທດ ກະຊວງສຶກສາທິການ ແລະ ກີລາ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ກະຊວງໂຍທາທິການ ແລະ ຂົນສົ່ງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອໃຫ້ແຕ່ລະພາກສ່ວນທີ່ໄດ້ຮັບໂຄງການ ນຳໄປສືບຕໍ່ຈັດຕັ້ງປະຕິບັດໃຫ້ເກີດຜົນ.
ໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເປັນໂຄງການທີ່ຢູ່ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຊຶ່ງກອງທຶນດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນໃນໂອກາດກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານ ຊ້າງຄັ້ງທີ I ໃນປີ 2016 ທີ່ເມືອງຊັນຢາ ແຂວງໄຫໜານ ສປ ຈີນ ສຳລັບ ໃນປີ 2017 ສປປ ລາວ ໄດ້ຮັບທັງໝົດ ຈຳນວນ 13 ໂຄງການ ເຊິ່ງປະກອບມີ 5 ກະຊວງ ຂະແໜງການ ລວມມູນຄ່າຫຼາຍກວ່າ 3 ລ້ານໂດລາສະຫະລັດ ແລະ ປັດຈຸບັນ ກຳລັງຢູ່ໃນຂັ້ນຕອນການຈັດຕັ້ງປະຕິບັດຕາມແຜນການທີ່ໄດ້ວາງໄວ້ ສ່ວນໂຄງການທີ່ໄດ້ຮັບອະນຸມັດ ໃນປີ 2018 ຈຳນວນ 21 ໂຄງການນັ້ນ ຈະໄດ້ຖືກຈັດຕັ້ງປະຕິບັດໃນປີ 2019.