ວັນອັງຄານ ທີ 10 ທັນວາ 2019 23:52:23
ການແຂ່ງຂັນເຕະບານນັກຮຽນຊາຍ 7 ຄົນ ຮຸ່ນອາຍຸບໍ່ເກີນ 18 ປີ ຫຼື ຢູ-18 ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ຄັ້ງທີ I ປະຈຳສົກຮຽນ 2018-2019 ໄດ້ສຳເລັດລົງວັນທີ 8 ກຸມພາ 2019 ທີ່ສະໜາມກີລາເຈົ້າອະນຸວົງ ນະຄອນຫຼວງວຽງຈັນ (ນວ) ມີທ່ານນາງ ຂັນທະລີ ສີຣິພົງພັນ ຫົວໜ້າຫ້ອງການ ສສກ ທ່ານ ບຸນສຸກ ທິລະສັກ ຫົວໜ້າກົມພະລະ ແລະ ສິລະປະສຶກສາ ທ່ານ ສົມພອນ ສອນດາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານ ກະເສມ ອິນທະລາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍບັນດາເຈົ້າເມືອງ ຮອງເຈົ້າເມືອງ ຜູ້ໃຫ້ການສະໜັບສະໜູນຄູເຝິກ ນັກກີລາ ແລະ ນັກຮຽນເຂົ້າຮ່ວມຊົມຮ່ວມເຊຍຢ່າງເປັນຂະບວນການຟົດຟື້ນ.
ໂອກາດນີ້ ທ່ານ ສົມພອນ ສອນດາລາ ກ່າວວ່າ: ການແຂ່ງຂັນຄັ້ງນີ້ມີບັນດາໂຮງຮຽນທີ່ມາຈາກ 9 ຕົວເມືອງທົ່ວ ນວ ເຂົ້າຮ່ວມ 24 ທີມ ໄດ້ດຳເນີນແຕ່ວັນທີ 26 ພະຈິກ 2018 ເປັນຕົ້ນມາ ການແຂ່ງຂັນມີຂະບວນການຟົດຟື້ນ ແລະ ມ່ວນຊື່ນ ນັກກີລາມີຄວາມຫ້າວຫັນ ແຂ່ງຂັນກັນບົນພື້ນຖານ ຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ແລະ ປະຕິບັດລະບຽບວິໄນການແຂ່ງຂັນໄດ້ເປັນຢ່າງດີ ທັງນີ້ ເພື່ອສ້າງຂະບວນການຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ແລະ ຕ້ອນຮັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ.
ສຳລັບການແຂ່ງຂັນໃນຮອບຊີງຊະນະເລີດເປັນການພົບກັນລະຫວ່າງທີມເມືອງປາກງື່ມ I (ມສ ສົມສະຫວາດ) ແລະ ທີມເມືອງສີໂຄດຕະບອງ (ໂຮງຮຽນມັດທະຍົມສຶກສາຕອນປາຍວຽງຈັນ-ໂຮ່ຈີມິງ) ຜ່ານການແຂ່ງຂັນຜົນປາກົດວ່າທີມເມືອງປາກງື່ມ I ຊະນະ ທີມເມືອງສີໂຄດຕະບອງ 4-0 ຄວ້າຂັນຊະນະເລີດ ພ້ອມເງິນສົດ 5 ລ້ານກີບໄປຄອງ ອັນດັບ 2 ໄດ້ຂັນ 1 ໜ່ວຍ ພ້ອມເງິນສົດ 3 ລ້ານກີບ ອັນດັບ 3 ທີມເມືອງປາກງື່ມ II ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2 ລ້ານກີບ ແລະ ອັນດັບ 4 ເມືອງຫາດຊາຍຟອງ.