ວັນສຸກ ທີ 22 ກຸມພາ 2019 16:46:58
ໃນວັນທີ 8 ກຸມພາ 2019 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດພິທີປະດັບຫຼຽນ Grand Tyrolian Eagle Award ໃຫ້ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ປະທານກິດຕິມະສັກ ຄະນະກຳມະການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ໂດຍແມ່ນທ່ານ ກຶນເທີ ປລັດເດີ (Gunther Platter) ເຈົ້າແຂວງ ແຂວງທີໂຣນ ຕາງໜ້າລັດຖະບານປະເທດໂອຕຣິດ ເປັນຜູ້ປະດັບຫຼຽນດັ່ງກ່າວ ເຊິ່ງເປັນຫຼຽນສູງສຸດ ທີ່ລັດຖະບານໂອຕຣິດ ມອບໃຫ້ຕ່າງປະເທດ.
ການປະດັບຫຼຽນດັ່ງກ່າວໃນຄັ້ງນີ້ ເພື່ອເປັນການຍ້ອງຍໍສັນລະເສີນຄຸນງາມຄວາມດີ ໃນການປະກອບສ່ວນຊ່ວຍເຫຼືອບ້ານ ຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ເຊິ່ງທ່ານເປັນຜູ້ໜຶ່ງທີ່ກໍ່ຕັ້ງໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ແຕ່ປີ 1993 ແລະ ຕະຫຼອດໄລຍະ 25 ປີ ຍາມໃດທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ຄວາມໃກ້ຊິດຕິດແທດ ຊີ້ນຳ-ນຳພາ ເອົາໃຈໃສ່ພິເສດຕໍ່ໂຄງການບ້ານຊ່ວຍເຫຼືອເດັກ ເອັສໂອເອັສລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນສະຖານທີ່ເບິ່ງແຍງລ້ຽງດູ ເດັກກຳພ້າ-ກຳພອຍ ທີ່ດ້ອຍໂອກາດໃຫ້ມີຊີວິດທີ່ດີໃນສັງຄົມ ປັດຈຸບັນມີບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ 6 ແຫ່ງ ໃນທົ່ວປະເທດ.
ໃນໂອກາດດຽວກັນ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະທານຄະນະກຳມະການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ ຕາງໜ້າລັດຖະບານ ສປປ ລາວ ກໍໄດ້ປະດັບຫຼຽນໄຊພັດທະນາ ຊັ້ນ III ໃຫ້ແກ່ທ່ານ ກຶນເທີ ປລັດເຕີ (Gunther Platter) ເຈົ້າແຂວງ ແຂວງທີໂຣນ ປະເທດ ໂອຕຣິດ ເຊິ່ງເປັນສະມາຊິກຊອງອົງການ SOS ສາກົນ ແລະ ໄດ້ປະກອບສ່ວນ ແລະ ໃຫ້ການສະໜັບສະໜູນດ້ານວັດຖຸ ແລະ ງົບປະມານໃຫ້ແກ່ອົງການ SOS ສາກົນ ເປັນຈຳນວນຫຼວງຫຼາຍ ລວມທັງໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ.