ວັນສຸກ ທີ 22 ກຸມພາ 2019 17:08:05
ຝົນທີ່ສືບຕໍ່ຕົກໜັກຢູ່ໃນເຂດທິດຕາເວັນອອກສ່ຽງເໜືອຂອງອົດສະຕຣາລີ ໃນວັນທີ 5 ກຸມພາ ໄດ້ເຮັດໃຫ້ເຈົ້າໜ້າທີ່ປະເທດນີ້ ນຳເອົາຄຳແຈ້ງເຕືອນໃໝ່ອອກມາ ກ່ຽວກັບສະພາບນ້ຳຖ້ວມຂັງ.
ທ່ານ ສະກອດ ມໍຣີສັນ ນາຍົກລັດຖະມົນຕີອົດສະຕຣາລີ ໄດ້ເດີນທາງໄປກວດກາເບິ່ງ ເຂດທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມຂັງ ທີ່ເກີດຂຶ້ນກ່ອນໜ້ານີ້ ໂດຍທ່ານໄດ້ໃຫ້ກຳລັງໃຈແກ່ປະຊາຊົນ ແລະຊີ້ນຳໃຫ້ອົງການທີ່ກ່ຽວຂ້ອງ ແກ້ໄຂຜົນຮ້າຍທີ່ຕາມມາ.
ກົມອຸຕຸນິຍົມໃນລັດ ກວິນສແລນ ໃຫ້ຮູ້ວ່າ ຝົນຕົກໜັກຍັງຈະແກ່ຍາວໄປອີກໃນຫຼາຍມື້ຂ້າງໜ້າ ແລະ ຈະເຮັດໃຫ້ເກີດນ້ຳຖ້ວມຂັງເປັນບໍລິເວນກວ້າງ ກ່ອນທີ່ຈະຫຼຸດລົງຊຸມມື້ທ້າຍອາທິດທີ່ຈະມາເຖິງ.
ສະຖິຕິກ່ຽວກັບຄວາມເສຍຫາຍຈາກໄພທຳມະຊາດດັ່ງກ່າວ ຊີ້ໃຫ້ເຫັນວ່າ Townsville ເປັນທ້ອງຖິ່ນທີ່ໄດ້ຮັບຄວາມເສຍຫາຍໜັກໜ່ວງທີ່ສຸດ ໂດຍມີຜູ້ອົບພະຍົບໜີໄພ 650 ກວ່າຄົນ ແລະມີປະມານ 11.000 ຄອບຄົວ ຍັງບໍ່ມີໄຟຟ້າໃຊ້ໃນວັນທີ 5 ກຸມພານີ້ ໃນຂະນະທີ່ມີປະມານ 9.000 ຄົນ ສະເໜີຄວາມຊ່ວຍເຫຼືອ.