ວັນສຸກ ທີ 22 ກຸມພາ 2019 17:34:32
ກອງປະຊຸມຄະນະກຳມະການຊີ້ນຳໂຄງການ ສ້າງຄວາມເຂັ້ມແຂງໃຫ້ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳປະກັນສະບຽງອາຫານຢູ່ ສປປ ລາວ ຈັດຂຶ້ນວັນທີ 5 ກຸມພາ 2019 ຢູ່ໂຮງແຮມເສດຖາປາລາສ ໂດຍເປັນປະທານຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ປະທານຄະນະຊີ້ນຳໂຄງການ ມີທ່ານ ດາເມນ ບົວ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ພ້ອມດ້ວຍຄະນະກຳມະການຊີ້ນຳໂຄງການເຂົ້າຮ່ວມ.
ທ່ານ ໄຊນະຄອນ ອິນທະວົງ ກ່າວວ່າ: ໂຄງການດັ່ງກ່າວ ເປັນໂຄງການທີ່ສຳຄັນປະກອບສ່ວນ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເຊິ່ງເປົ້າໝາຍທີ່ເປັນບຸລິມະສິດ ຕົ້ນຕໍແມ່ນໄດ້ຖືກກຳນົດໄວ້ຢູ່ໃນແຜນງານລະດັບຊາດຂອງ ສປປ ລາວ ຄື ແຜນງານວ່າດ້ວຍການປັບຕົວເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດ ແຜນງານດັ່ງກ່າວໄດ້ຮຽກຮ້ອງໃຫ້ມີການສ້າງຄວາມເຂັ້ມແຂງໃຫ້ລະບົບເຕືອນໄພລ່ວງໜ້າ ໃຫ້ມີການປັບປຸງ ແລະ ຂະຫຍາຍເຄື່ອຄ່າຍສະຖານີອຸຕຸນິຍົມ ແລະ ອຸທົກກະສາດ ພ້ອມທັງລະບົບການຕິດຕາມກວດກາສະພາບອາກາດ ການວາງແຜນນຳໃຊ້ທີ່ດິນກະສິກຳ ແລະ ດິນທຳມະຊາດທີ່ມີຄວາມສ່ຽງ ແລະ ຢູ່ໃນເຂດທີ່ຮັບຜົນກະທົບຈາກໄພທຳມະຊາດ ຄຽງຄູ່ກັບການສ້າງຄວາມສາມາດດ້ານວິຊາການໃຫ້ພະນັກງານຂັ້ນສູນກາງ ແລະ ທ້ອງຖິ່ນ.
ເພື່ອເສີມຂະຫຍາຍຕິດຕາມກວດກາການວິເຄາະ ການສື່ສານ ແລະ ການນຳໃຊ້ຂໍ້ມູນດ້ານອຸຕຸກະເສດ ແລະ ຂໍ້ມູນຂ່າວສານພູມອາກາດອື່ນໆ ເພື່ອການວາງແຜນ ແລະ ການຕັດສິນໃຈໃນວຽກງານການຜະລິດກະສິກຳ ແລະ ການຄ້ຳປະກັນສະບຽງອາຫານຢູ່ໃນລະດັບຊາດ ແລະ ລະດັບແຂວງ ປັບປຸງການຕິດຕາມກວດກາ ແລະ ການວິເຄາະລະບົບການຜະລິດກະສິກຳ ໂດຍການສ້າງຄວາມເຂັ້ມແຂງດ້ານລະບົບຂໍ້ມູນການຄຸ້ມຄອງຊັບພະຍາກອນທີ່ດິນ ແລະ ຂໍ້ມູນຂົງເຂດນິເວດກະສິກຳ ເພື່ອສະໜັບສະໜູນນະໂຍບາຍກະສິກຳ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນວຽກງານກະສິກຳ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກກອງທຶນສິ່ງແວດລ້ອມ 47 ຕື້ກີບ ໄລຍະການຈັດຕັ້ງປະຕິບັດແຕ່ປີ 2017-2021.
ຜ່ານການຈັດຕັ້ງປະຕິບັດ 6 ເດືອນທ້າຍປີ 2018 ໂຄງການໄດ້ດຳເນີນໄປຕາມຂອບວຽກ ແລະ ຂັ້ນຕອນຂອງໂຄງການ ໂດຍສະເພາະ ບັນດາກິດຈະກຳທີ່ສຳຄັນ ເປັນຕົ້ນ ການຄັດເລືອກພື້ນທີ່ເພື່ອສ້າງສະຖານີອຸຕຸນິຍົມໃໝ່ ການຈັດຊື້ບັນດາເຄື່ອງມືອຸປະກອນທີ່ຈຳເປັນໃນໄລຍະການດຳເນີນງານ ການເກັບກຳຂໍ້ມູນດ້ານວິຊາການ ການຍົກລະດັບຄວາມສາມາດ ແລະ ສ້າງຄວາມເຂັ້ມແຂງໃຫ້ພະນັກງານວິຊາການ ແລະ ການຈັດຕັ້ງປະຕິບັດວຽກງານກິດຈະກຳຕ່າງໆ ໄດ້ດຳເນີນໄປຢ່າງຄ່ອງຕົວຕາມຂອບວຽກຂອງໂຄງການ.