ວັນສຸກ ທີ 22 ກຸມພາ 2019 18:03:34
ໂຮງຮຽນພອນສະຫວັນກີລາ-ກາຍຍະກຳ (ຮພກ) ຮ່ວມກັບສະຫະພັນກີລາມວຍປ້ຳແຫ່ງຊາດລາວ ຈັດການແຂ່ງຂັນກີລາມວຍປ້ຳລາຍການພິເສດ ຊີງຂັນມິດຕະພາບ ຄັ້ງທີ l ປະຈຳປີ 2019 ຂຶ້ນວັນທີ 2 ກຸມພາ 2019 ຢູ່ ຮພກ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ຮອງປະທານ ແລະ ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງ ສສກ ທ່ານ ຄຳແສນ ສີສະວົງ ປະທານສະຫະພັນມວຍປ້ຳແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພື່ອເປັນການສ້າງຂະບວນການກີລາມວຍປ້ຳໃຫ້ມີຄວາມຟົດຟື້ນ ສ້າງໂອກາດໃຫ້ນັກກີລາຮຸ່ນສືບທອດມີເວທີແຂ່ງຂັນທັງເປັນການທົດສອບ ແລະ ເລືອກເຟັ້ນນັກກີລາໜຸ່ມນ້ອຍທີ່ມີພອນສະຫວັນດີເດັ່ນ ພັດທະນາຕົນເອງກ້າວຂຶ້ນໄປທົດແທນນັກກີລາຮຸ່ນອ້າຍ ແລະ ເອື້ອຍ ຮັບໃຊ້ທີມຊາດກຽມເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ລະດັບອະນຸພາກພື້ນ ແລະ ສາກົນ ທີ່ຈະຈັດຂຶ້ນໃນປີ 2019 ໂດຍສະເພາະມະຫະກຳກີລາຊີເກມ ຄັ້ງທີ 30 ຢູ່ປະເທດຟີລິບປິນ.
ການແຂ່ງຂັນຄັ້ງນີ້ ມີນັກກີລາເຂົ້າຮ່ວມແຂ່ງຂັນ 46 ຄົນ ມາຈາກ 4 ສະໂມສອນ ແຂ່ງຂັນ 14 ລາຍການ ຍິງ 4 ລາຍການ ໃນນີ້ທັບນັກກີລາ ຮພກ ຊະນະ 7 ລາຍການ ຄອງອັນດັບທີ 1 ກີລາມວຍປ້ຳລາວ ສະໄໝທຳອິດ ທີ 2 ແມ່ນກະຊວງປ້ອງກັນປະເທດ ຊະນະ 4 ລາຍການ ທີ 3 ແຂວງຊຽງຂວາງ ຊະນະ 1 ລາຍການ ທີ 4 ກະຊວງ ປກສ ຊະນະ 1 ລາຍການ ໂດຍອັນດັບ 1 ໄດ້ຮັບຂັນ 1 ໜ່ວຍ ເງິນລາງວັນ 1 ລ້ານກີບ ແລະ ໃບຢັ້ງຢືນ ທີ 2 ໄດ້ຮັບເງິນລາງວັນ 700.000 ກີບ ພ້ອມໃບຢັ້ງຢືນ ທີ 3 ໄດ້ຮັບເງິນລາງວັນ 500.000 ກີບ ພ້ອມໃບຢັ້ງຢືນ ທີ 4 ໄດ້ຮັບເງິນລາງວັນ 200.000 ກີບ ພ້ອມໃບຢັ້ງຢືນ.