ວັນສຸກ ທີ 22 ກຸມພາ 2019 16:59:44
ນັບຕັ້ງແຕ່ເປີດໂຕລົດຄອບຄົວ All-New Nissan TERRA ແບບ (SUV), ອອບຊັ່ນເຕັມທີ່ມາພອ້ມ 7 ບ່ອນນັ່ງໂດຍ ບໍລິສັດ ຕັນຈອງມໍເຕີລາວ ຈຳກັດພຽງຜູດຽວ, ຊື່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈອງ ມໍເຕີ ຈຳກັດຂອງປະເທດມາເຊຍ ແລະ ເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ.
ນີ້ຄື 5 ເອກະລັກສະເພາະໂຕໂດດເດັ່່ນທີ່ທ່ານຄວນຮູ້ກຽ່ວກັບ the All-New Nissan TERRA SUV
1. ເອກະລັກໂດດເດັ່ນອັນທີ່ 1 ແມ່ນການແຈ້ງເຕືອນເມື່ອລົດອອກນອກເລນ ລະບົບ (LDW) ນີ້ຈະເຕືອນທ່ານແບບຣຽວທາມ ດ້ວຍການສົ່ງສັນຍານແຈ້ງເຕືອນ ເວລາທ່ານເຄື່ອນອອກຈາກເລນຖະໜົນ ດ້ວຍເທັກໂນ່ໂລຍີທີ່ໃຫ້ຄວາມປອດໄພທາງຖະໜົນໄດ້ດີຂື້ນ ສຳລັບໂຕທ່ານເອງ ແລະ ສີ່ງທີ່ຢູ່ອ້ອມຂ້າງ.
2. ລະບົບຕໍ່ໄປແມ່ນ: ໜ້າຈໍອັດສະລິຍະທີ່ມາພ້ອມກ້ອງ 360 ອົງສາ (Nissan’s Intelligent Around View Monitor) ຫຼື (i-AVM) ໃຊ້ກ້ອງ 4 ໂຕ ຕິດຕັ້ງຮອບໂຕລົດ ເພື່ອໃຫ້ທ່ານໄດ້ເຫັນບໍລິເວນອ້ອມຮອບໂຕລົດ ແບບ 360 ອົງສາ ແລະ ຊ່ວຍທ່ານໃນການຈອດລົດ ຫຼື ຫຼີກຈຸດທີ່ຄັບແຄບ ໂດຍສະເພາະຢ່າງຍິ່ງ ເມື່ອທ່ານໄປຕາມເສັ້ນ ທາງທີ່ທຸລະກັນດານ, ມັນຄັກຫຼາຍ ເພາະວ່າທ່ານສາມາດເຫັນທຸກຢ່າງອ້ອມຮອບໂຕລົດຂອງທ່ານ ໃນຂະນະທີ່ນັ່ງຢູ່ທາງໃນຂອງລົດ.
3. ເອກະລັກທີ່ພົນເດັ່ນອີກອັນໜື່ງຂອງ NISSAN TERRAແມ່ນການກວດຈັບສິ່ງທີ່ກຳລັງເຄື່ອນໄຫວ ແບບ (MOD) ທີ່ຍັງໃຊ້ກອ້ງ 4 ໂຕເຊັ່ນດຽວກັບທີ່ກວດຈັບການເຄື່ອໄຫວຂອງສິ່ງຂອງຕ່າງໆອ້ອມລົດ ເມືອລົດຢູ່ໃນໂໝດທີ່ຈອດ, ເມື່ອເວລາທີ່ທ່ານເຜີ ລະບົບຈະເຕືອນທ່ານທາງແບບສອງລະບົບທັງພາບ ແລະ ສຽງ ຄ້າຍກັບວ່າມັນມີພະລັງກວດຈັບພິເສດ.
4. ເອກະລັກສະພິເສດນີ້ ແມ່ນມາພ້ອມກັບສຸດຍອດສິ່ງອຳນວຍຄວາມສະດວກ ເມື່ອທ່ານຫິ້ວເຄື່ອງຂອງຫຼາຍສິ່ງຫຼາຍຢ່າງ ຢູ່ໃນມື້ດ້ວຍຄຸນສົມບັດຂອງປະຕູດ້ານຫຼັງທີ່ອັດຕະໂນມັດ Auto Tail Gate ພຽງແຕ່ທ່ານໃຊ້ຕີນແຕະເບົາໆໃສ່ກ້ອງກັນຊົນດ້ານຫຼັງ ມັນກໍ່ຈະເປີດຢ່າງອັດຕະໂນມັດ.
5. ເອກກະລັກທີ່ສະເພາະທີ່ໂດດເດັ່ນອັນດັບທີ່ 5 ຂອງ ນິສສັນ ເທີຣາ ລຸ້ນໃໝ່ນີ້ ແມ່ນການປຽ່ນໂໝດຂັບເຄື່ອນແບບ Shift-On-The-Fly 4-Wheel Drive ຄືຈາກໂໝດ 2 ລໍ້ເຂົ້າສູ່ໂໝດ 4 ລໍ້ຈາກເສັ້ນທາງປົກກະຕິ ສູ່ສະພາບຖະໜົນວິບາກ, ແບບບໍ່ຕ້ອງຢຸດລົດ ໃນຄວາມໃວບໍ່ເກີນ 100 ກິໂລແມັດຕໍ່ຊົ່ວໂມງ.
ສີ່ງທີ່ເປັນເອກກະລັກທີ່ເດັ່ນໆຂອງ NISSAN TERRA ແມ່ນຄວາມສູງຈາກພື້ນດິນສູ່ຖານ 225 ມມ ແລະ ຄວາມຍາວ 4,885 ມມ ຄວາມກວ້າງ 1.835 ມມ ແລະ ຂອງຄວາມສູງມັງໝົດ 1,835 ມມ, ມີທັງໜົດ 7 ບ່ອນນັ່ງ ເຊິ່ງມັນເໝາະສົມກັບການໃຊ້ງານຕົວຈິງຂອງພູມມິພາກຂອງເຮົາ, ຊ່ວຍຫຼຸດຄວາມສ່ຽງຂອງຄວາມເສຍຫາຍຈາກຖະໜົນທີ່ບໍພຽງ, ທຸລະກັນດານ ແລະ ການຂັບຂີ່ໃນບໍລິເວນເຂດນ້ຳຖ້ວມຂັງ.
ດ້ວຍເຫດນີ້ ຈຶ່ງເໝາະກັບສະໂລແກນທີ່ວ່າ “NISSAN TERRA GOANYWHERE” ໄປໄດ້ທຸກທີ່ໄປໄດ້ທຸກບ່ອນທີ່ທ່ານຍາກຈະໄປ.
ລູກຄ້າທີ່ສົນໃຈສາມາດເລືອກສີໄດ້ ມີສີນ້ຳຕານ, ສີເທົາ, ສີທອງ, ສີແດງ, ສີດຳ, ສີຟ້າແກ່, ສີເງິນ ແລະ ສີຂາວມຸກ ທີ່ມີຫຼາຍສີໃຫ້ທ່ານເລືອກຈັບຈອງ ນິສສັນ ເທີຣາ ໄດ້ທີ່ຫ້ອງຂາຍ ນິສສັນ ໃກ້ບ້ານທ່ານ ຫຼື ງານວາງສະແດງລົດໃກ້ບ້ານທ່ານ.
ສຳລັບຂໍ້ມູນເພີ່ມຕື່ມຂອງລົດລຸ້ນອື່ນໆຂອງ ນິສສັນ ກະລຸນາເຂົ້າມາຢຽ້ມຢາມ website www.nissan-lao.la ຫຼືຕິດຕາມທາງ Facebook Page /Nissan Laos/