ວັນສຸກ ທີ 22 ກຸມພາ 2019 17:07:40
ທຸກປະເທດຕ້ອງການຊັບພະຍາກອນມະນຸດທີ່ມີຄຸນນະພາບ ເຊິ່ງກ່ອນຈະໄດ້ມະນຸດທີ່ມີຄຸນນະພາບມາຮັບໃຊ້ຊາດ ແລະ ສັງຄົມນັ້ນ ຍ່ອມຕ້ອງໄດ້ຜ່ານຂະບວນການສຶກສາທີ່ມີຄຸນນະພາບ ດັ່ງນັ້ນ ຜູ້ຂຽນເຂົ້າໃຈວ່າ: ຊັບພະຍາກອນມະນຸດທີ່ມີຄຸນນະພາບ ຈຶ່ງຜ່ານຫຼາຍປັດໄຈສຳຄັນຂອງການສຶກສາ ເຊັ່ນ: ສະຖາບັນການສຶກສາໄດ້ຄຸນນະພາບ ຫ້ອງສະໝຸດ ມີປື້ມພຽງພໍໃຫ້ອ່ານ ຄົ້ນຄວ້າ ຄູທີ່ມີຄຸນນະພາບສາມາດປະຍຸກຄວາມຮູ້ ແລະ ປະຕິຮູບວິທີສິດສອນຂອງຕົນໃຫ້ໄດ້ຄຸນນະພາບ ຜູ້ບໍລິຫານການສຶກສາເອົາໃຈໃສ່ໃນໜ້າທີ່ຂອງຕົນ ໂດຍສະເພາະ ວຽກວິຊາການ ແລະ ວຽກພັດທະນາຄູ.
ພວກເຮົາບໍ່ຄວນລືມວ່າ ຜູ້ທີ່ຈົບການສຶກສານັ້ນ ສ່ວນໜຶ່ງບໍ່ໄດ້ປະກອບອາຊີບຕາມສາຍວິຊາທີ່ເຂົາຮຽນຈົບມາໂດຍກົງ ເນື່ອງຈາກສະພາບເງື່ອນໄຂສັງຄົມບໍ່ອຳນວຍໃຫ້ພວກເຂົາຍື່ນເຂົ້າວຽກສາຍກົງໄດ້ ຈຶ່ງຫັນປ່ຽນໄປປະກອບອາຊີບອື່ນ ເພື່ອລ້ຽງປາກທ້ອງ ເຖິງແມ່ນວ່າຂັ້ນເທິງຈະວາງ ແຜນໃຫ້ການສຶກສາ ເພື່ອຕອບສະໜອງການຂະຫຍາຍໂຕທາງດ້ານເສດຖະກິດກໍຕາມ ດັ່ງນັ້ນ ຈຶ່ງເປັນສິ່ງທີ່ໜ້າຄິດວ່າ ການສຶກສາຕ້ອງໄດ້ຈຳເປັນບູລະນາການວິຊາຄວາມຮູ້ຫຼາຍສາຂາ ບວກກັບວິທີການກະຕຸ້ນໃຫ້ນັກຮຽນເກີດຈິນຕະນາການ ເຊິ່ງໜີບໍ່ມົ້ມຄູທີ່ເກ່ງ ພ້ອມວິທີສິດສອນຖ່າຍທອດຄວາມຮູ້ທີ່ເກ່ງ ແລະ ຜູ້ບໍລິຫານການສຶກສາທີ່ທຸ້ມເທຕໍ່ໜ້າທີ່ຂອງຕົນ ຕາມທີ່ທ່ານນາຍົກລັດຖະມົນຕີ ກໍເຄີຍເນັ້ນຢ້ຳໃຫ້ຜູ້ບໍລິຫານການສຶກສາເອົາໃຈໃສ່... ແຜນຂອງກະຊວງສຶກສາໄດ້ກຳນົດມາດຕະຖານການສອນຂອງຄູຊັ້ນປະຖົມ 4 ດ້ານ ແລະ 11 ມາດຖານ ເພື່ອຄ້ຳປະກັນໃຫ້ແກ່ການສິດສອນໃຫ້ໄດ້ຄຸນນະພາບ ເຊິ່ງໃນແຜນດັ່ງກ່າວ ໄດ້ນິຍາມວິທີການສອນແບບຄຸນນະພາບໄວ້ວ່າ: ແມ່ນການສອນທີ່ນຳໄປສູ່ການປັບປຸງຜົນສຳເລັດທາງດ້ານການຮຽນຂອງຜູ້ຮຽນ.
ມາດຕະຖານການສິດສອນ 4 ດ້ານ ຄື: ຄວາມຮູ້ກ່ຽວກັບຜູ້ຮຽນ ຄວາມຮູ້ກ່ຽວກັບລາຍວິຊາ ເປົ້າໝາຍຂອງຫຼັກສູດ ຄວາມຮູ້ກ່ຽວກັບການສອນ ຄວາມຮັບຜິດຊອບທາງດ້ານວິຊາຊີບຄູ.. ຜູ້ຂຽນເຫັນວ່າ ສຳລັບຄູແລ້ວ ບໍ່ວ່າຄູປະຖົມ ມັດທະຍົມ ຫຼື ມະຫາວິທະຍາໄລຕ້ອງໄດ້ປະຕິຮູບ ວິທີສອນຂອງຕົນເອງໃຫ້ເຂົ້າກັບ ຫຼື ສອດຄ່ອງ ການປ່ຽນແປງຂອງສັງຄົມໂລກ ບໍ່ແມ່ນວ່າກະຊວງສຶກສາເຮັດປະຕິຮູບການສຶກສາ ແຕ່ຄູເອງບໍ່ຄິດຈະປະຕິຮູບວິທີສອນຂອງຕົນ ພາລະກິດຂອງຄູຈຶ່ງບໍ່ແມ່ນສິ່ງທີ່ຕົນຖືເບົາ ເພາະຈັນຍາບັນໃນອາຊີບທີ່ກຳນົດໄວ້ໃນກົດໝາຍການສຶກສາກໍ່ມີແລ້ວ ແຕ່ການສ້າງຊັບພະຍາກອນມະນຸດໃຫ້ໄດ້ຄຸນນະພາບ ກໍບໍ່ໄດ້ຂຶ້ນກັບຄູພຽງຢ່າງດຽວ ດັ່ງທີ່ຜູ້ຂຽນໄດ້ຍົກເຫດຜົນໄວ້ຕອນຕົ້ນນັ້ນວ່າ: ຜູ້ບໍລິຫານການສຶກສາຍິ່ງເປັນປັດໄຈຕົ້ນຕໍໃນການສົ່ງເສີມ ແລະ ພັດທະນາຄູຄວບຄູ່ກັນໄປກັບຝ່າຍ ກວດກາຄວນລົງກວດກາສະໝ່ຳສະເໝີວ່າ ຄູໄດ້ຮັບການພັດທະນາຍົກລະດັບໃນແຕ່ລະສະຖາບັນການສຶກສາຫຼາຍໜ້ອຍພຽງໃດ.
ຜູ້ຂຽນເຫັນວ່າ: ຫຼາຍປະເທດເຂົາເນັ້ນວຽກສຶກສາໃຫ້ຈະເລີນຄູ່ຂະໜານກັບວຽກເສດຖະກິດ ຂ່າວອາທິດຜ່ານມາ ສັງຄົມກໍຮູ້ດີວ່າ ທະນາຄານໂລກ ໄດ້ອອກຄຳເຫັນໃຫ້ເຮົາລົງທຶນໃສ່ການສຶກສາເພີ່ມຂຶ້ນ ເຊິ່ງຍາມໃດກໍ່ແມ່ນຄົນເປັນຜູ້ຕັດສິນວຽກງານຈະກ້າວໜ້າ ຫຼື ຖອຍຫຼັງກໍຂຶ້ນກັບຄົນ.