ວັນສຸກ ທີ 22 ກຸມພາ 2019 16:47:39
ສ່ວນຕົວຜູ້ຂຽນຄິດວ່າ ບັນຫາຂອງຄອບຄົວ ຫຼື ສັງຄົມທີ່ເກີດຂຶ້ນນັ້ນ ສ່ວນໜຶ່ງມາຈາກສາເຫດທີ່ຄົນເຮົາບໍ່ສົນໃຈໜ້າທີ່ ຫຼື ບໍ່ປະຕິບັດຕາມໜ້າທີ່ຂອງຕົນ ເຊັ່ນ: ການລະເລີຍໜ້າທີ່ລະຫວ່າງ ຜົວ-ເມຍ ພໍ່-ແມ່ ແລະ ລູກ ຫຼື ການບໍ່ເຮັດຕາມໜ້າທີ່ລະຫວ່າງນາຍກັບລູກນ້ອງ ເຊິ່ງສັງເກດເຫັນວ່າ ຄົນໃນສັງຄົມສ່ວນໜຶ່ງລະເລີຍ ຖືເບົາ ເຖິງເວລາເກີດບັນຫາ ຈຶ່ງວຸ້ນກັນຫາທາງແກ້ ເຊິ່ງບາງກໍລະນີກໍແກ້ຍາກ ເພາະຕົກໃນລັກສະນະເຫັດແກ່ກາຍຍາມແກງ.
ພະພຸດທະເຈົ້າໄດ້ສອນວ່າ: ລູກມີ 3 ປະເພດ ຄື: (1) ລູກທີ່ເກີດມາແລ້ວສາມາດສ້າງຄອບຄົວ ແລະ ຖານະໃຫ້ຈະເລີນກວ່າພໍ່ແມ່ (2) ລູກທີ່ສ້າງຖະນະຄອບຄົວສະເໝີກັບພໍ່ແມ່ (3) ລູກທີ່ບໍ່ສາມາດສ້າງຄອບຄົວໃຫ້ດີກວ່າພໍ່ແມ່ ແລະ ບໍ່ສາມາດຮັກສາກຽດຊື່ສຽງວົງຕະກຸນໄດ້ ເຊິ່ງມີແຕ່ເຮັດໃຫ້ເສື່ອມເສຍກຽດສັກສີ ປະເພດນີ້ເອີ້ນວ່າ ລູກທີ່ຕ່ຳກວ່າພໍ່ແມ່ ດັ່ງນັ້ນ ຜູ້ທີ່ເປັນລູກຄວນເກັບໄປຄິດໄຄ່ຄວນໃຫ້ຖີ່ຖ້ວນວ່າ ເຮົາຄວນປັບປຸງພຶດຕິກຳຈາກຊົ່ວເປັນດີ ປັບປຸງພຶດຕິກຳຈາກທີ່ບໍ່ດີຕໍ່ຄົນອ້ອມຂ້າງ ໃຫ້ກາຍເປັນຄົນຮູ້ຜູ້ດີ ພະພຸດທະເຈົ້າຈຶ່ງສອນເລື່ອງໜ້າທີ່ຂອງລູກຕ້ອງປະຕິບັດຕໍ່ພໍ່ ແມ່ມີຢູ່ 5 ປະການດັ່ງນີ້: (1) ລູກມີໜ້າທີ່ລ້ຽງດູພໍ່ແມ່ ຕອບແທນບຸນຄຸນ ເພື່ອປ້ອງກັນຕົນເອງບໍ່ໃຫ້ເປັນຄົນເນລະຄຸນ (2) ລູກມີໜ້າທີ່ຊ່ວຍວຽກຂອງພໍ່ແມ່ ເພື່ອແບ່ງເບົາພາລະໜ້າທີ່ໃຫ້ພໍ່ແມ່ໄດ້ສະບາຍໃຈ (3) ລູກຕ້ອງຮັກສາຊື່ສຽງວົງຕະກຸນ ດ້ວຍກຽດສັກສີ (4) ລູກຕ້ອງປະພຶດຕົນໃຫ້ເໝາະສົມກັບຄວາມເປັນທາຍາດຄື ບໍ່ເຮັດໃຫ້ພໍ່ແມ່ເສຍ ໜ້າດ້ວຍພຶດຕິກຳບໍ່ດີເມື່ອເຂົ້າສັງຄົມ (5) ລູກຕ້ອງຮູ້ຈັກກະຕັນຍູຮູ້ຄຸນ ຖ້າວ່າພໍ່ແມ່ລ່ວງລັບຈາກເຮົາໄປຕ້ອງເຮັດບຸນອຸທິດກຸສົນໃຫ້.
ໜ້າທີ່ຂອງລູກ 5 ປະການນີ້ ຖືເປັນເຄື່ອງບົ່ງບອກວ່າ ລູກໄດ້ເຮັດຫຼ້ອນໜ້າທີ່ພຽງໃດ ? ໃນຖານະທີ່ເຮົາເປັນລູກ ເຮົາໄດ້ປະພຶດຕົນໃຫ້ພໍ່ແມ່ໄດ້ເຊື່ອໃຈພຽງໃດ? ຖ້າວ່າລູກຄົນໃດຫາກບໍ່ປະຕິບັດຕາມໜ້າທີ່ ຫຼື ຍັງຂືນເຮັດໃຫ້ພໍ່ແມ່ທຸກໃຈ ທາງພຸດທະສາສະໜາຖືວ່າລູກຜູ້ນັ້ນຄືນາຮົກຂຸມໜຶ່ງ ທີ່ກໍ່ກອງໄຟສຸມໃສ່ໜ້າເອິກຂອງພໍ່ແມ່ ເພາະເຮັດໃຫ້ພໍ່ແມ່ເປັນທຸກ ກົງກັນຂ້າມ ຖ້າວ່າລູກຄົນໃດໄດ້ເຮັດໜ້າທີ່ 5 ປະການນັ້ນໄດ້ສົມບູນ ກໍ່ໄດ້ຊື່ວ່າເປັນລູກ (ບຸດທີ່ສົມບູນ) ເຊິ່ງແປວ່າເປັນຜູ້ເຮັດໃຫ້ ພໍ່ຊື່ນໃຈ ດັ່ງນັ້ນ ສອງຄວາມໝາຍນີ້ ແລະ 5 ໜ້າທີ່ນີ້ ຈຶ່ງເປັນສິ່ງທີ່ຜູ້ເປັນລູກຄວນສຶກສາແລ້ວ ໃສ່ໃຈເຮັດໜ້າທີ່ຂອງຕົນບໍ່ໃຫ້ສັງຄົມຕອກໜ້າວ່າເປັນຄົນເນລະຄຸນ.
ໜ້າທີ່ຂອງລູກ 5 ປະການ ແລະ ລູກ 3 ປະເພດນັ້ນ ເຮົາຈົ່ງເລືອກເອົາວ່າຈະຕົກຢູ່ໃນປະເພດໃດ? ຫຼັກຄຳສອນຂ້າງເທິງນັ້ນ ພະພຸດທະເຈົ້າໄດ້ສອນໄວ້ສອງພັນກວ່າປີແລ້ວ ເຊິ່ງການເຮັດໜ້າທີ່ຂອງຕົນໃຫ້ສົມບູນນັ້ນ ກໍ່ເປັນການເຮັດໃຫ້ຄອບຄົວເກີດຄວາມສຸກ ແລະ ພໍ່ແມ່ກໍ່ຮູ້ສຶກພູມໃຈໃນຕົວເຮົາ ຖ້າວ່າຟັງຄວາມພໍ່ແມ່ບອກສອນ ເພາະຄົນໃດກໍຕາມທີ່ບໍ່ຟັງຄວາມພໍ່ແມ່ ຜີມັກແກ່ເຂົ້າໝໍ້ນາຮົກ.