ວັນເສົາ ທີ 7 ທັນວາ 2019 18:55:17
ທີ່ປະເທດເມັກຊິກ: ຂ່າວສານ Reuters ລາຍງານອ້າງຕາມການລາຍງານ ຂອງລັດຖະມົນຕີກະຊວງສາທາລະນະສຸກເມັກຊິກ ທີ່ມີອອກມາຢູ່ໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 20 ມັງກອນ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດຈາກເຫດການ ທໍ່ສົ່ງນ້ຳມັນເຊື້ອໄຟຂອງກຸ່ມບໍລິສັດນ້ຳມັນແຫ່ງຊາດເມັກຊິກ (Pemex) ເກີດລະເບີດ ຢູ່ໃນເຂດຊຸມຊົນແຫ່ງໜຶ່ງ ໃນເຂດທິດເໜືອນະຄອນຫຼວງ ເມັກຊິກໂກ ຊີຕີ ເມື່ອຄ່ຳຄືນຂອງວັນທີ 18 ມັງກອນທີ່ຜ່ານມາ ໄດ້ເພີ່ມຂຶ້ນເປັນ 85 ຄົນ ແລະມີຜູ້ບາດເຈັບອີກ 66 ຄົນ.
ກະຊວງປ້ອງກັນປະເທດເມັກຊິກ ໄດ້ສົ່ງທະຫານໄປປະຕິບັດໜ້າທີ່ຢູ່ໃນບ່ອນເກີດເຫດ ດັ່ງກ່າວ ແຕ່ຫຼັງຈາກນັ້ນໄດ້ຖອຍອອກໄປ ຍ້ອນຢ້ານວ່າຈະເກີດການປະທະກັບປະຊາຊົນໃນທ້ອງຖິ່ນ. ໃນຂະນະດຽວກັນ ປະທານາທິບໍດີເມັກຊິກ ອັນເດຣສ ມານູແອລ ໂລເປສ ໂອບຣາດໍ ໄດ້ຊີ້ນຳໃຫ້ “ລັດຖະບານໃຫ້ຄວາມຊ່ວຍເຫຼືອທຸກຢ່າງ ແກ່ຜູ້ປະສົບເຄາະຮ້າຍຢູ່ໃນທີ່ເກີດເຫດ” ພ້ອມກັນນັ້ນກໍໃຫ້ສັນຍາ ທີ່ຈະເພີ່ມທະວີມາດຕະການ ເພື່ອຢຸດຕິການເຄື່ອນໄຫວຂີ້ລັກນ້ຳມັນເຊື້ອໄຟ.
ໃນໄລຍະທີ່ຜ່ານມາ ທ່ານ ໂອບຣາດໍ ໄດ້ເປີດບັ້ນປາບປາມຄັ້ງໃຫຍ່ ຕໍ່ການກະທຳຂີ້ລັກນ້ຳມັນເຊື້ອໄຟ ທີ່ເກີດຂຶ້ນແພ່ຫຼາຍ ຊຶ່ງໃນປີກາຍ ໄດ້ສ້າງຄວາມເສຍຫາຍເປັນມູນຄ່າກວ່າ 3 ຕື້ ໂດລາສະຫະລັດ.
ທີ່ປະເທດອີຕາລີ: ເຈົ້າໜ້າທີ່ກ່ຽວຂ້ອງ ແຈ້ງໃຫ້ຮູ້ເມື່ອວັນທີ 19 ມັງກອນນີ້ວ່າ ໄດ້ເກີດອຸບັດເຫດເຮືອສູບລົມ ຊຶ່ງບັນທຸກຜູ້ຍ້າຍຖິ່ນຖານ 120 ຄົນ ຈົມລົງໃນທະເລເມດີເຕຣາເນ ຫ່າງຈາກແຄມຝັ່ງທະເລລີບີ 50 ກມ ໃນວັນທີ 19 ມັງກອນນີ້ ໂດຍກອງທັບເຮືອອີຕາລີ ຊ່ວຍເຫຼືອຜູ້ໄດ້ຮັບເຄາະຮ້າຍຂຶ້ນມາໄດ້ພຽງ 3 ຄົນ.
ໂຄສົກຂອງອົງການຍ້າຍຖິ່ນຖານສາກົນ (OIM) ໃຫ້ຮູ້ວ່າ ໃນເບື້ອງຕົ້ນ ເຮືອດັ່ງກ່າວບັນທຸກຜູ້ຍ້າຍຖິ່ນຖານ 120 ຄົນ ອອກເດີນທາງຈາກປະເທດລີບີ ໃນນັ້ນມີແມ່ຍິງ 10 ຄົນ (ໜຶ່ງໃນນັ້ນພວມຖືພາມານ) ແລະລວມເຖິງເດັກນ້ອຍອີກ 2 ຄົນ. ໃນເວລານີ້ ຍັງມີ ຜູ້ຫາຍສາບສູນຢູ່ 117 ຄົນ.
ໃນຊຸມມື້ຫຼັງໆມານີ້ ອົງການຂ້າຫຼວງໃຫຍ່ສະຫະປະຊາຊາດ ກ່ຽວກັບຜູ້ລີ້ໄພ (UNHCR) ກໍໄດ້ແຈ້ງໃຫ້ຮູ້ ກ່ຽວກັບເຫດການກຳປັ່ນຈົມນ້ຳອີກລາຍໜຶ່ງ ຊຶ່ງເກີດຂຶ້ນຢູ່ທາງທິດຕາເວັນຕົກທະເລເມດີເຕຣາເນ ທີ່ໄດ້ເປັນເຫດໃຫ້ຜູ້ຍ້າຍຖິ່ນຖານ ເສຍຊີວິດ 53 ຄົນ
ທີ່ປະເທດໂບລີວີ: ເຈົ້າໜ້າທີ່ຕຳຫຼວດແຈ້ງໃຫ້ຮູ້ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ ແລະບາດເຈັບ 30 ກວ່າຄົນ ຈາກອຸບັດເຫດລົດບັດສອງຄັນຕຳກັນ ເມື່ອວັນທີ 19 ມັງກອນນີ້ ຢູ່ຕາມເສັ້ນທາງດ່ວນ ໂອຣູໂຣ-ໂປໂຕຊີ (ທາງທິດຕາເວັນຕົກສ່ຽງໃຕ້ ໂບລີວີ).
ໃນອີກເຫດການໜຶ່ງ ຊຶ່ງເກີດຂຶ້ນໃນວັນທີ 20 ມັງກອນ ມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 11 ຄົນ ແລະ ບາດເຈັບອີກ 20 ກວ່າຄົນ ເມື່ອລົດໂດຍສານຄັນໜຶ່ງ ຊຶ່ງບັນທຸກຄະນະນັກກິລາ ແລ່ນພຸ່ງຕຳກັບຮ່ອມພູແຄບແຫ່ງໜຶ່ງ ຢູ່ທາງພາກໃຕ້ປະເທດໂບລີວີ.