ວັນຈັນ ທີ 9 ທັນວາ 2019 15:11:16
Kumbh Mela ຊຶ່ງເປັນເທດສະການທາງສາສະໜາທີ່ໃຫຍ່ທີ່ສຸດໃນໂລກນັ້ນ ໄດ້ເລີ່ມຂຶ້ນໃນວັນທີ 15 ມັງກອນນີ້ ແລະ ມີກຳນົດສິ້ນສຸດລົງໃນວັນທີ 4 ມີນາໜ້ານີ້ ໂດຍມີຜູ້ສະແຫວງບຸນຫຼັ່ງໄຫຼກັນໄປທີ່ນະຄອນເກົ່າແກ່ ອາລລາຮາບັດ (Allahabad) ຂອງອິນເດຍ ເພື່ອແຊ່ຕົນລົງໄປໃນແມ່ນ້ຳສັກສິດສາຍຕ່າງໆ. ບັນດາຜູ້ຈັດຕັ້ງງານດັ່ງກ່າວ ໃຫ້ການຄາດຄະເນວ່າ ພາຍໃນເວລາ 48 ຊົ່ວໂມງຕໍ່ໜ້າ ຈະມີຊາວຮິນດູ ກວ່າ 100 ລ້ານຄົນ ຈາກທົ່ວປະເທດອິນເດຍ ເດີນທາງໄປຍັງນະຄອນ ອາລາຮາບັດ ທີ່ຂຶ້ນກັບລັດ ອຸດຕຣາ ປຣາເດສ (ພາກເໜືອອິນເດຍ) ເພື່ອເຂົ້າຮ່ວມເທດສະການດັ່ງກ່າວ.
ຕົວເມືອງຊົ່ວຄາວ ອັນປະກອບມີຕະຫຼາດ ຮ້ານອາຫານ ແລະຖະໜົນຫົນທາງ ໄດ້ເກີດຂຶ້ນຢູ່ລຽບຕາມແຄມແມ່ນ້ຳ ໃນຂະນະທີ່ຜູ້ສະແຫວງບຸນ ກໍຕັ້ງຄ້າຍໄປທົ່ວບໍລິເວນທີ່ມີຂະໜາດກວ້າງ 45ກມ2 ທີ່ຈັດສະເພາະໃຫ້ແກ່ເທດສະການ Kumbh Mela. ອຳນາດການປົກຄອງທ້ອງຖິ່ນ ໄດ້ກະຈາຍການປະຕິບັດໜ້າທີ່ຂອງຕຳຫຼວດເກືອບ 30.000 ຄົນ ເພື່ອຮັບປະກັນຄວາມສະຫງົບ ກໍຄືເພື່ອປ້ອງກັນກໍລະນີເກີດເຫດການຢຽບກັນ.
ນະຄອນ ອາລາຮາບັດ ຕັ້ງຢູ່ຈຸດຄົບກັນຂອງແມ່ນ້ຳສາມສາຍ ໄດ້ແກ່ ເອຣາວະດີ ອາມູນາ ແລະ ຊາຣາສວາຕີ. ໃນຄວາມເຂົ້າໃຈຂອງຊາວຮິນດູ ກໍແມ່ນຈຸດຄົບກັນຂອງແມ່ນ້ຳ ຖືວ່າມີຄວາມສັກສິດເປັນພິເສດ ແລະຊາວຮິນດູ ເຊື່ອວ່າການລົງອາບນ້ຳຢູ່ທີ່ນີ້ ໃນລະຫວ່າງເທດສະການ Kumbh Mela ເປັນການຊ່ວຍລ້າງໂທດ ແລະ ຊ່ວຍກູ້ວິນຍານ. ຕາມມູນເຊື້ອແລ້ວ ເທດສະການ Kumbh Mela ຈັດຂຶ້ນສາມປີຕໍ່ເທື່ອ ແລະ ຈັດຂຶ້ນໝູນວຽນລະຫວ່າງ 4 ນະຄອນທີ່ມີຄວາມສັກສິດ ໄດ້ແກ່ ອາລາຮາບັດ ຮາຣິດວາ ນາຊິກ ແລະ ອູຈຽນ.
ເມື່ອປີ 2017 ເທດສະການດັ່ງກ່າວ ໄດ້ຮັບການຮັບຮູ້ຈາກອົງການສຶກສາ ວິທະຍາສາດ ແລະວັດທະນະທຳ ຂອງສະຫະປະຊາຊາດ (UNESCO) ວ່າເປັນມໍລະດົກວັດທະນະທຳນາມປະທຳ (ໄຮ້ຕົນໂຕ).