ວັນອາທິດ ທີ 8 ທັນວາ 2019 02:01:03
ອ້າຍ ເວີ່ນ ກັບ ເອື້ອຍ ຕືດ ແຕ່ງດອງກັນມາໄດ້ສາມປີແລ້ວ ທັງສອງອາໄສຢູ່ເຮືອນຫຼັງໜຶ່ງຂ້າງໆເຮືອນ ເຊິ່ງມີຜົວເມຍອີກຄູ່ໜຶ່ງອາໄສຢູ່ ແຕ່ລະມື້ເອື້ອຍ ຕືດ ສັງເກດເຫັນວ່າ ກ່ອນອອກໄປການທຸກເຊົ້າ ຄູ່ຜົວເມຍເຮືອນໃກ້ຈະສະແດງຄວາມຮັກແບບດູດດື່ມຕໍ່ກັນ ຄື ຝ່າຍຜົວຈະຫອມແກ້ມຊ້າຍຍ້າຍໄປແກ້ມຂວາຂອງເມຍ ແລະ ຍົກມືຂຶ້ນ ທັງເວົ້າວ່າ: "ບ່າຍໆ" ກ່ອນຈະເລັ່ງລົດຈັກອອກເຮືອນໄປ ເຫັນແນວນັ້ນ ເອື້ອຍ ຕືດ ເລີຍຄິດຢາກໃຫ້ອ້າຍ ເວີ່ນ ປະຕິບັດກັບຕົນ ກ່ອນອອກໄປການທຸກເຊົ້າ ຄືຜົວຄົນເຮືອນຂ້າງ ຄືນໜຶ່ງກ່ອນເຊືອບຫຼັບໄປ ເອື້ອຍ ຕືດ ເວົ້າກັບອ້າຍ ເວີ່ນ ວ່າ: "ເປັນຫຍັງເຈົ້າບໍ່ເຮັດຄືອ້າຍເຮືອນຂ້າງເຮົາ ລາວຈູບເມຍລາວທຸກເຊົ້າກ່ອນອອກໄປການ ?" ອ້າຍ ເວີ່ນ ຕອບວ່າ: "ຊິໃຫ້ອ້າຍເຮັດໄດ້ແນວໃດ... ນາງນັ້ນບໍ່ແມ່ນເມຍອ້າຍ ... ອ້າຍຢ້ານຜົວ ລາວຕົບໜ້າ...".
ບ່າວກະບື