ວັນພະຫັດ ທີ 12 ທັນວາ 2019 05:43:44
ກອງປະຊຸມທົ່ວປະເທດປຶກສາຫາລືກ່ຽວກັບ ແຜນສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ພາຍຫຼັງດຳເນີນມາເປັນເວລາ 2 ວັນ ເຊິ່ງພິທີປິດກອງປະຊຸມດັ່ງກ່າວ ຈັດຂຶ້ນ 8 ມັງກອນ 2019 ໂດຍເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ທ່ານ ພົນຕີ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ຜ່ານການຈັດຕັ້ງປະຕິບັດຄຳສັ່ງເລກທີ 62/ນຍ ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ ເຊິ່ງກະຊວງ ຮສສ ແລະ ກະຊວງ ປກສ ໄດ້ຮ່ວມກັນຈັດຕັ້ງປະຕິບັດແຕ່ຕົ້ນປີ 2016 ຮອດທ້າຍປີ 2017 ສຳເລັດການຂຶ້ນທະບຽນ 42.434 ຄົນ ຍິງ 11.767 ຄົນ ປັດຈຸບັນ ຕາມການລາຍງານຂອງແຂວງສາມາດແກ້ໄຂໄດ້ 7.506 ຄົນ ຕ້ອງໄດ້ສືບຕໍ່ແກ້ໄຂ 34.928 ຄົນ ໃນນີ້ ແບ່ງເປັນຜູ້ສາມາດປັບສະຖານະພາບໄດ້ 23.168 ຄົນ ແລະ ຜູ້ທີ່ຕ້ອງໄດ້ຊຳລະສະສາງ 11.760 ຄົນ ໝາຍວ່າ ຂະແໜງ ປກສ ຕ້ອງຮັບຜິດຊອບຕິດຕາມ 11.760 ຄົນ ຂະແໜງ ຮສສ 12.960 ຄົນ ແລະ ຂະແໜງອຸດສາຫະກຳ ແລະ ການຄ້າ 10.208 ຄົນ ສຳລັບເງິນທີ່ເກັບໄດ້ຈາກການຂຶ້ນທະບຽນມີ 37 ຕື້ກວ່າກີບ ໃນນີ້ ໄດ້ຈັດແບ່ງໃຫ້ແຕ່ລະພາກສ່ວນຕາມມະຕິກອງປະຊຸມ 2 ຂະແໜງການ ເຊັ່ນ: ບ້ານ 25% ເມືອງ 15% ແຂວງ 50% ແລະ ສູນກາງ 10%.
ສຳລັບແຜນການສືບຕໍ່ນຳເອົາຄົນຕ່າງປະເທດທີ່ເຄື່ອນໄຫວຢູ່ ສປປ ລາວ ເຂົ້າສູ່ການຄຸ້ມຄອງຕາມກົດໝາຍ ແລະ ລະບຽບການ ແມ່ນໄດ້ແບ່ງຄວາມຮັບຜິດຊອບໃຫ້ຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ຂະແໜງ ປກສ ຕ້ອງເປັນເຈົ້າການຮັບຜິດຊອບຂຶ້ນທະບຽນ 11.760 ຄົນ ຫຼື ຕ່າງປະເທດເຂົ້າມາເຄື່ອນໄຫວແບບເລ້ລ້ອນ ເຊັ່ນ: ຫາບ ຫິ້ວ ຍູ້ລໍ້ ບັນທຸກໃສ່ຍານພາຫະນະຂາຍສິ່ງຂອງຕາມສະຖານທີ່ຕ່າງໆ ເຄື່ອນໄຫວຊອກຫາວຽກແບບອິດສະຫຼະ ບໍ່ເປັນຜູ້ອອກແຮງງານ ຕັ້ງຮ້ານເກມ ຮ້ານບັນເທີງ ເພື່ອບໍລິການແບບບໍ່ໄດ້ຮັບອະນຸຍາດຂາຍອາຫານ ຜັກ ໝາກໄມ້ ເຄື່ອງຍ່ອຍ ແລະ ອື່ນໆ ສ່ວນຂະແໜງ ຮສສ ຮັບຜິດຊອບຄົນຕ່າງປະເທດທີ່ໄດ້ຮັບການຂຶ້ນທະບຽນໃນ 12.960 ຄົນ ຫຼື ຜູ້ອອກແຮງງານຕ່າງປະເທດທັງໝົດ ທີ່ຍັງເຮັດວຽກແບບບໍ່ຖືກຕ້ອງ ເຊັ່ນ: ເຮັດວຽກນຳຫົວໜ່ວຍແຮງງານ ໂຄງການ ຫ້າງຮ້ານຕ່າງໆ ແລະ ຮັບຜິດຊອບຊຸກຍູ້ເຈົ້າໜ້າທີ່ກວດກາແຮງງານໃນທົ່ວປະເທດ ເພື່ອກວດກາການນຳໃຊ້ແຮງງານຕ່າງປະເທດ ເປັນເຈົ້າການສຶກສາອົບຮົມ ແລະ ປະຕິບັດວິໄນຕໍ່ເຈົ້າໜ້າທີ່ກວດກາແຮງງານທີ່ບໍ່ປະຕິບັດ ສ່ວນຂະແໜງອຸດສາຫະກຳ ແລະ ການຄ້າ ຮັບຜິດຊອບຂຶ້ນທະບຽນ 10.208 ຄົນ ຫຼື ຜູ້ລົງທຶນເພື່ອຄ້າຂາຍ ສ້ອມແປງ ດຳເນີນທຸລະກິດ ບໍລິການຮ້ານອາຫານ ເຮືອນພັກ ໂຮງແຮມ ແລະ ການລົງທຶນປະເພດອື່ນໆທີ່ຂັດກັບກົດໝາຍ ແລະ ລະບຽບການຂອງຂະແໜງດັ່ງກ່າວ ໂດຍສະເພາະ ບັນຊີປະເພດທຸລະກິດທີ່ສະຫງວນໄວ້ໃຫ້ພົນລະເມືອງລາວ.