ວັນເສົາ ທີ 23 ກຸມພາ 2019 12:43:33

ທ່ານ ຄຳມູນ ຊາວກະສິກອນ ທັງເປັນຫົວໜ້າກຸ່ມປູກແນວພັນເຂົ້າສົ່ງອອກ ຢູ່ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ທີ່ໄດ້ນຳໃຊ້ຝຸ່ນຊີວະພາບປັບປຸງດິນ ຍອດດອຍ ເຂົ້າໃນການຜະລິດໃຫ້ຮູ້ວ່າ: ເລີ່ມແຕ່ນຳໃຊ້ຝຸ່ນຊີວະພາບ ປັບປຸງດິນຍອດດອຍເຂົ້າໃນການຜະລິດ ເປັນຕົ້ນແມ່ນການປູກເຂົ້ານາປີ ແລະ ນາແຊງ ນອກຈາກນັ້ນ ລາວຍັງ ໄດ້ນຳໃຊ້ກັບການປູກໝາກຫຸ່ງ ເຫັນວ່າໄດ້ຮັບຜົນເປັນທີ່ໜ້າເພິ່ງພໍໃຈ ເປັນໝາກດົກໜາ ມີລົດຊາດແຊບຫອມຫວານດີ ເນື້ອທີ່ໝາກຫຸ່ງແໜ້ນ ເກັບໄວ້ໄດ້ດົນ ບໍ່ເນົ່າເປື່ອຍ ງ່າຍ ແລະ ການຈຳໜ່າຍຂາຍອອກ ກໍຖືວ່າເປັນທີ່ສົນໃຈຂອງລູກຄ້າ.

ທ່ານ ຄຳມູນ ຍັງໃຫ້ຮູ້ຕື່ມອີກວ່າ: ໃນການປູກໝາກຫຸ່ງ ເລີ່ມຕົ້ນທຳອິດ ເຮົາຕ້ອງໄດ້ຄັດເລືອກແກ່ນໄນ ກ່ອນຈະນຳເອົາແກ່ນໄປປູກ ວິທີເລືອກແກ່ນໄປເພາະປູກ ເຮົາ ຕ້ອງເກັບເອົາແກ່ນໝາກຫຸ່ງ ລົງໄປແຊ່ໃນນ້ຳ ຖ້າແກ່ນໃດມັນຟູຂຶ້ນມາ ເຮົາຈະບໍ່ເອົາ ເພາະມັນເປັນຕົ້ນໝາກຫຸ່ງຜູ້ ເອົາແຕ່ແກ່ນທີ່ມັນຈົມນ້ຳ ແມ່ນເປັນເພດແມ່ ເມື່ອເລືອກ ໄດ້ແລ້ວ ເຮົາເອົາໄປແຊ່ນ້ຳປະມານ 2 ຄືນ ແລ້ວຈຶ່ງເອົາແກ່ນໄປກ້າໃສ່ໜານ ບ່ອນທີ່ກະກຽມໄວ້ ເມື່ອເຫັນວ່າ ເບ້ຍສູງປະມານ 25-30 ຊັງຕີແມັດແລ້ວ ເຮົາກໍຫຼົກເອົາ ເບ້ຍໄປປູກໄດ້ ແຕ່ສຳຄັນ ກ່ອນເຮົາຈະປູກ ເຮົາຕ້ອງຕັດຮາກແກ້ວຕົ້ນໝາກຫຸ່ງ ປະມານ 2 ຂໍ້ມືອອກ ເພື່ອບໍ່ໃຫ້ລຳຕົ້ນມັນສູງ ກ່ອນຈະປູກ ເຮົາຕ້ອງຂຸດຂຸມໃຫ້ເລິກ ພໍປະມານ ພາຍຫຼັງປູກແລ້ວ ເອົາຝຸ່ນຊີວະພາບປັບປຸງດິນຍອດດອຍ ລົງໃສ່ປະມານ 1 ປ່ອງນ້ຳນົມ ແລ້ວເອົາດິນທຳມະດາຖົມ ແລ້ວຈຶ່ງເອົາຕົ້ນໝາກຫຸ່ງທີ່ເຮົາຕັດຮາກ ແກ້ວ ປະມານ 1 ຂໍ້ມືລົງ ແລ້ວຈຶ່ງເອົາດິນຖົມປະໄວ້ ຫຼັງຈາກນັ້ນເອົານ້ຳຫົດລົງ ແລະ ບົວລະບັດຕາມທຳມະດາ ບໍ່ຍາກບໍ່ຊາພໍເທົ່າໃດ ການໃສ່ຝຸ່ນຊີວະພາບນີ້ ຜ່ານມາກໍ ບໍ່ເຄີຍໃສ່ຮອດ 2 ເທື່ອ ມີແຕ່ໃສ່ເທື່ອດຽວ ແລ້ວຫົດນ້ຳຕາມທຳມະດາ ເຊິ່ງເຫັນວ່າ ລຳຕົ້ນຂຽວງາມດີ ແລະ ໃຫຍ່ໄວນຳອີກ.

ສຳລັບຜົນຜະລິດ ຕົ້ນໜຶ່ງໃຫ້ໝາກບໍ່ຫຼຸດ 5-6 ໝື່ນ ຖ້າໄລ່ເປັນເງິນ ຕົ້ນໜຶ່ງປະມານ 200.000 ກ່ວາກີບ ເພາະວ່າ 1 ໝື່ນ ຈະໄດ້ປະມານ 50 ພັນກີບ ການປູກໝາກ ຫຸ່ງໃສ່ຝຸ່ນຊີວະພາບ ປັບປຸງດິນຍອດດອຍນີ້ ເຫັນວ່າໄດ້ຮັບຜົນດີມີຜົນກຳໄລ ຈຶ່ງເຮັດໃຫ້ມີກຳລັງໃຈ ຢາກປູກຕື່ມໃຫ້ຫຼາຍກ່ວານີ້ ແຕ່ມີເນື້ອທີ່ຈຳກັດ.

ສະນັ້ນ ທາງບໍລິສັດ ວຽງສະຫວັນ ສົ່ງເສີມກະສິກຳ ຜູ້ໃຫ້ທຶນ ຫຼື ຜູ້ສະໜອງຝຸ່ນຊີວະພາບ ປັບປຸງດິນຍອດດອຍ ໄປເບິ່ງສະພາບໂຕຈິງ ຂອງຊາວກະສິກອນ ຜູ້ນຳໃຊ້ມີ ຄວາມເພິ່ງພໍໃຈ ຕໍ່ກັບການໃຊ້ຝຸ່ນດັ່ງກ່າວ ແລະ ກໍມີຄວາມພາກພູມໃຈ ທີ່ຊາວກະສິກອນນຳໃຊ້ຫຼາຍ ທາງບໍລິສັດ ກໍມີແຜນການຈະສ້າງຕັ້ງໂຮງງານ ຜະລິດຝຸ່ນຊະນິດນີ້ ຂຶ້ນ ເພື່ອຕອບສະໜອງໃຫ້ແກ່ຊາວກະສິກອນ ເພື່ອຫຼຸດຜ່ອນຕົ້ນທຶນການນຳເຂົ້າຈາກຕ່າງປະເທດ.

ການທີ່ຊາວກະສິກອນ ນຳໃຊ້ຝຸ່ນຊີວະພາບປັບປຸງດິນຍອດດອຍນີ້ ເຂົ້າໃນການຜະລິດ ຖືວ່າເປັນເລື່ອງທີ່ດີ ເພາະຝຸ່ນນີ້ ບໍ່ມີສານພິດ ເຮັດໃຫ້ຜົນຜະລິດບໍ່ເນົ່າເປື່ອຍງ່າຍ ມີເນື້ອແໜ້ນໜາ ເຮັດໃຫ້ຜູ້ບໍລິໂພກມີຜົນດີຕໍ່ສຸຂະພາບ ການຜະລິດຫຼາຍຈຳໜ່າຍຂາຍກໍໄດ້ລາຄາດີ ບໍ່ວ່າຈະເປັນປະເພດໃຫ້ໝາກໃຫ້ໃບ ກໍລ້ວນແຕ່ທາງໃນປອດສານພິດ.