ວັນສຸກ ທີ 22 ກຸມພາ 2019 17:11:04
ວັນທີ 4 ມັງກອນ 2019 ການນຳເມືອງສີໂຄດຕະບອງ ແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ ຂັ້ນເມືອງ ແລະ ຂັ້ນບ້ານ ໄດ້ຕາງໜ້າໃຫ້ປະຊາຊົນລູກຫຼານຊາວເມືອງສີໂຄດຕະບອງ ກໍ່ຄື ຊາວລາວບັນດາເຜົ່າ ນຳໂດຍທ່ານນາງ ພູວຽງ ແກ້ວວົງວິຈິດ ເຈົ້າເມືອງສີໂຄດຕະບອງ ໄດ້ພ້ອມກັນໄປສັກກະລະບູຊາກາບໄຫວ້ສົມເດັດພະເຈົ້າຟ້າງຸ່ມມະຫາລາດ ໃນໂອກາດການສ້າງຕັ້ງອະນຸສາວະລີຂອງພະອົງ ຄົບຮອບ 16 ປີ (5/1/2003-5/1/2019).
ເນື່ອງຈາກປີນີ້ການຈັດຕັ້ງບໍ່ໄດ້ເຮັດກອງບຸນຄືກັບປີຜ່ານມາ ດັ່ງນັ້ນ ການນຳເມືອງສີໂຄດຕະບອງ ຈຶ່ງໄດ້ພ້ອມກັນມາກາບໄຫວ້ຄອບໄຄວ່ຕາມຮີດຄອງປະເພນີ ເພື່ອຈາລຶກຄຸນງາມຄວາມດີຂອງພະອົງ ແລະ ສະຖິດແໜ້ນໃນດວງໃຈຂອງປວງຊົນລາວຕະຫຼອດໄປ.