ວັນເສົາ ທີ 7 ທັນວາ 2019 18:12:26
ອົງການກູ້ໄພ INEM ຂອງປອກຕຸຍການ ແຈ້ງໃຫ້ຮູ້ເມື່ອວັນທີ 15 ທັນວານີ້ ວ່າເຮືອບິນເອລີກອບແຕກູ້ໄພລຳໜຶ່ງ ໄດ້ປະສົບເຫດຕົກ ຢູ່ໃນເຂດພູໃຫ້ກັບນະຄອນ ປອກໂຕ ຊຶ່ງເປັນເມືອງໃຫຍ່ອັນດັບສອງຂອງປະເທດນີ້ ເປັນເຫດໃຫ້ມີຜູ້ທີ່ຢູ່ໃນເຮືອບິນນັ້ນ 4 ຄົນ ເສຍຊີວິດທັງໝົດ.
ໂທລະພາບແຫ່ງລັດຊ່ອງ RTP ແລະ ໜັງສືພິມ Correio de Manha ລາຍວັນ ຕ່າງກໍລາຍງານວ່າ ນັກບິນ 2 ຄົນ ແພດຄົນໜຶ່ງ ແລະ ທ່ານໝໍອີກຄົນໜຶ່ງ ທີ່ຢູ່ໃນເຮືອນບິນປະສົບເຫດດັ່ງກ່າວ ໄດ້ເສຍຊີວິດ.
ໃນຂະນະດຽວກັນ ຂ່າວສານ ຣອຍເຕີ ລາຍງານອ້າງຕາມຂໍ້ມູນຈາກກອງທັບອູແກຣນ ໃຫ້ຮູ້ວ່າ ເຮືອບິນສູ້ຮົບ Su-27 ລຳໜຶ່ງໄດ້ປະສົບເຫດໃນວັນທີ 15 ທັນວານີ້ ຊຶ່ງເກີດຂຶ້ນໃນຂະນະທີ່ພວມກຽມບິນລົງຈອດ ເປັນເຫດໃຫ້ນັກບິນທີ່ບັງຄັບເຮືອບິນນັ້ນເສຍຊີວິດ.