ວັນຈັນ ທີ 9 ທັນວາ 2019 22:33:06
ສະຫະພັນກີລາປັນຈັກສີລັດແຫ່ງຊາດລາວ ສົ່ງຄະນະນຳ ຄູເຝິກ ກຳມະການຕັດສິນ ແລະ ນັກກີລາ 8 ທ່ານ ເຂົ້າຮ່ວມແຂ່ງຂັນປັນຈັກສີລັດຊີງແຊັມໂລກ ຄັ້ງທີ 18 ຢູ່ປະເທດສິງກະໂປ ວັນທີ 13-17 ທັນວາ 218 ນຳໂດຍທ່ານ ທິບພົງພັດ ມະນີວົງ ຫົວໜ້າຄະນະ.
ສຳລັບນັກກີລາມີນາງ ນ້ອງອ້ອຍ ວົງພັກດີ ເຈົ້າຂອງຫຼຽນເງິນເອຊຽນເກມ 2018 ທ້າວ ມີໂນ່ ວົງພັກດີ ວັນໄຊ ບຸນນະວົງ ແຟັງ ວົງພັກດີ ແລະ ທະນະພົນ ວົງພັກດີ ໂດຍທັງ 5 ຄົນ ຈະລົງແຂ່ງຂັນປະເພດຕໍ່ສູ້ການແຂ່ງຂັນດັ່ງກ່າວ ມີນັກກີລາ 300 ກວ່າຄົນ ຈາກ 44 ປະເທດທົ່ວໂລກເຂົ້າຮ່ວມ.
ນ້ອງອ້ອຍ ວົງພັກດີ ມື 7 ຂອງລາຍການ ໄດ້ Bye ໃນຮອບທີ 1 ຮອບ 2 ກຽມພົບກັບນັກກີລາຈາກອານເຊຣີ ຂະນະທີ່ ມີໂນ່ ວົງພັກດີ ມື 3 ຂອງລາຍການ ໄດ້ Bye ໃນຮອບທີ 1 ຮອບ 2 ກຽມປະທະກັບນັກກີລາຈາກປະເທດຊູຣີເນມ ແຟັງ ວົງພັກດີ ມື 18 ຂອງລາຍການ ຈັບສະຫຼາກໄດ້ Bye ໃນຮອບທີ 1 ຮອບ 2 ລໍຖ້າພົບກັບນັກກີລາຈາກສິງກະໂປ ຫຼື ອານເຊຣີ ແລະ ທະນະພົນ ວົງພັກດີ ມື 11 ຂອງລາຍການ ຈັບສະຫຼາກ ໄດ້ Bye ໃນຮອບທີ 1 ຮອບ 2 ລໍຖ້າພົບກັບນັກກີລາຈາກອົດສະຕຣາລີ ຫຼື ອິນເດຍ.