ວັນພຸດ ທີ 11 ທັນວາ 2019 16:33:26
ອົງການກວດສອບແຫ່ງລັດຈັດກິດຈະກຳແຂ່ງຂັນກີລາ 3 ປະເພດຈັດຂຶ້ນວັນທີ 7 ທັນວາ 218 ຢູ່ສະໜາມກີລາເຈົ້າອານຸວົງ ໂດຍມີທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍບັນດາກົມ ພະແນກ ພະນັກງານວິຊາການເຂົ້າຮ່ວມ.
ການແຂ່ງຂັນດັ່ງກ່າວ ເພື່ອສ້າງຂະບວນການສະຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ ລະນຶກວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍຍິ່ງໆຂຶ້ນໄປ.
ການແຂ່ງຂັນກີລາ 3 ປະເພດ ປະກອບມີບານເຕະ ຊາຍ-ຍິງ ດຶງເຊືອກ ແລະ ແລ່ນໄຖ່ ເຊິ່ງບັນຍາກາດການແຂ່ງຂັນເຕັມໄປດ້ວຍມິດຕະພາບ ຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ພາຍຫຼັງສຳເລັດການແຂ່ງຂັນແຕ່ລະປະເພດທີມຊະນະເລີດ ຍັງໄດ້ຮັບຂັນລາງວັນຂອງປະທານອົງການກວດສອບແຫ່ງລັດ ອີກດ້ວຍ.