ວັນອັງຄານ ທີ 19 ກຸມພາ 2019 22:10:26
ລັດຖະບານປານາມາ ໄດ້ຕົກລົງເມື່ອວັນທີ 4 ທັນວານີ້ ໃນການມອບສັນຍາກໍ່ສ້າງຂົວ ແຫ່ງໜຶ່ງ ຜ່ານຄອງປານາມາ ໃນມູນຄ່າ 1,4 ຕື້ໂດລາສະຫະລັດ ໃຫ້ແກ່ວິສາຫະກິດຮ່ວມຂອງຈີນ ຊຶ່ງເຫດການນີ້ມີຂຶ້ນພຽງໜຶ່ງວັນ ຫຼັງຈາກການຢ້ຽມຢາມ ແລະ ເຮັດວຽກຢູ່ປານາມາ ຂອງປະທານປະເທດຈີນ ສີຈິ້ນຜິງ.
ປະທານາທິບໍດີ ຈວນ ກາກລົສ ວາເຣລາ ຜູ້ນຳຂອງປານາມາ ເວົ້າວ່າ ປານາມາ ພວມເພີ່ມທະວີການພົວພັນຮ່ວມມືກັບຈີນ ແລະວ່າໂຄງການກໍ່ສ້າງຂົວດັ່ງກ່າວ ເປັນສ່ວນໜຶ່ງຂອງ ຖະແຫຼງການ ແລະຄວາມເຊື່ອໝັ້ນລະຫວ່າງສອງປະເທດ.
ການຕົກລົງດັ່ງກ່າວ ຈະອະນຸຍາດໃຫ້ວິສາຫະກິດຮ່ວມ Panama Cuarto Puente ອັນປະກອບມີບໍລິສັດ China Communication Construction Company (CCCC) ແລະບໍລິສັດລູກ China Habour Enginering Company (CHEC) ປະຕິບັດການອອກແບບ ແລະ ກໍ່ສ້າງຂົງຂ້າມຄອງປານາມາ.
Panama Cuarto Puente ໄດ້ລ້ຳໜ້າບໍລິສັດອື່ນໆທີ່ມາຈາກ ແອດສະປາຍ ອີຕາລີ ສ ເກົາຫຼີ ແລະ ຈີນ ເພື່ອຊະນະການປະມູນໂຄງການກໍ່ສ້າງຂົວດັ່ງກ່າວ ຊຶ່ງຈະກາຍເປັນໜຶ່ງໃນບັນດາ ໂຄງການກໍ່ສ້າງໃຫຍ່ສຸດ ໃນປະຫວັດສາດຂອງປານາມາ.