ວັນເສົາ ທີ 14 ທັນວາ 2019 14:21:32
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-6 ທັນວາ ນີ້.
ພິທີຕ້ອນຮັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ສຳນັກງານນາຍົກລັດຖະມົນຕີ ວັນທີ 5 ທັນວາ 2018 ໂດຍມີບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມ.
ພາຍຫຼັງສຳເລັດພິທີຕ້ອນຮັບທາງການ ທັງສອງນາຍົກ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ສົມເດັດ ນາຍົກລັດຖະມົນຕີ ຮຸນແຊນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 6 ຂອງຣາຊະອານາຈັກກຳປູເຈຍ ທີ່ຜ່ານມາ ແລະ ຊົມເຊີຍ ສົມເດັດ ເຕໂຈ ຮຸນແຊນ ທີ່ໄດ້ຖືກແຕ່ງຕັ້ງເປັນນາຍົກລັດຖະມົນຕີອີກຄັ້ງໃໝ່ ເຊິ່ງເປັນການຢືນຢັນເຖິງຄວາມປີຊາສາມາດໃນການຊີ້ນຳ-ນຳພາຂອງສົມເດັດ ຕະຫຼອດໄລຍະຜ່ານມາ.
ໃນໂອກາດດັ່ງກ່າວ ທັງສອງຝ່າຍຕ່າງກໍ່ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆ ເຊິ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ລະຫວ່າງສອງປະເທດຢ່າງປົກກະຕິ ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການທີ່ພົ້ນເດັ່ນຂອງສອງປະເທດ ພ້ອມທັງທົບທວນຄືນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ພ້ອມນີ້ ສອງຝ່າຍຍັງໄດ້ປຶກສາຫາລືກັນດ້ວຍບັນຍາກາດສະໜິດສະໜົມ ກ່ຽວກັບການຮ່ວມມືສອງຝ່າຍໃນດ້ານຕ່າງໆຕື່ມອີກ ເຊັ່ນ: ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ານກົງສຸນ ດ້ານໂຍທາທິການ ແລະ ຂົນສົ່ງ ດ້ານວັດທະນະທຳ ແລະ ທ່ອງທ່ຽວ ດ້ານການຄ້າ ແລະ ການລົງທຶນ ບັນຫາຊາຍແດນ ແລະ ການຮ່ວມມືໃນຂອບວຽກງານດ້ານເສດຖະກິດພູມີພາກ (ເຂດສາມລ່ຽມເສດຖະກິດ CLV) ພ້ອມນັ້ນ ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມສົນໃຈຮ່ວມກັນ.
ພາຍຫຼັງສຳເລັດການພົບປະສອງຝ່າຍ ໄດ້ມີຖະແຫຼງການຮ່ວມ ເຊິ່ງທັງສອງຝ່າຍຕ່າງກໍ່ໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ກໍ່ຄື ສອງລັດຖະບານ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ບົນພື້ນຖານເຄົາລົບອະທິປະໄຕ ຄວາມສະເໝີພາບ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ສອງຝ່າຍໄດ້ເຫັນດີໃຫ້ບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດຕາມເນື້ອໃນສັນຍາ ແລະ ຂໍ້ຕົກລົງຕ່າງໆທີ່ສອງຝ່າຍໄດ້ເຊັນກັນຜ່ານມາ ໃຫ້ນັບມື້ແຕກດອກອອກຜົນຫຼາຍຂຶ້ນ ໂດຍຜ່ານກົນໄກການຮ່ວມມືສອງຝ່າຍ ຄື: ຄະນະກຳມະການຮ່ວມມືວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ກໍ່ຄື ກົນໄກຮ່ວມມືອື່ນໆ ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ຊຸກຍູ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງການພົບປະຂອງສອງນາຍົກລັດຖະມົນຕີລາວ ແລະ ກຳປູເຈຍ 3 ຄັ້ງທີ່ຜ່ານມາ ຄື: ຄັ້ງທີ 1 ຢູ່ນະຄອນຫຼວງວຽງຈັນ ຄັ້ງທີ 2 ທີ່ພະນົມເປັນ ແລະ ຄັ້ງທີ 3 ໃນວັນທີ 13 ກັນຍາ 2018 ທີ່ນະຄອນຫຼວງຮ່າໂນ້ຍ ໂດຍສອງຝ່າຍໄດ້ເປັນເອກະພາບກັນແລ້ວວ່າ ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເປັນບໍລິເວນຄົງຄ້າງທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ດັ່ງນັ້ນ ຈຶ່ງໄດ້ເຫັນດີເປັນເອກະພາບກັນ 3 ເງື່ອນໄຂ ຄື: 1. ບໍ່ໃຫ້ມີກຳລັງທະຫານຢູ່ໃນບໍລິເວນນີ້ 2. ບໍ່ໃຫ້ມີປະຊາຊົນອາໄສຢູ່ ຫຼື ດຳເນີນທຸລະກິດຢູ່ບໍລິເວນດັ່ງກ່າວ ແລະ 3. ໃຫ້ມີການກວດກາຮ່ວມກັນ ທັງທາງບົກ ທາງນ້ຳ ແລະ ທາງອາກາດ ການກວດກາຮ່ວມສອງຝ່າຍແມ່ນສາມາດກວດກາໂດຍການໃຊ້ກຳລັງຄົນ ຫຼື ການໃຊ້ເຮືອບິນບໍ່ມີຄົນຂັບ (Drone) ສອງຝ່າຍໄດ້ເຫັນດີໃຫ້ຮັກສາສະຖານະພາບເດີມ ໃນບໍລິເວນຊາຍແດນທີ່ຍັງຄົງຄ້າງ ໂດຍປາສະຈາກສິ່ງປຸກສ້າງຕ່າງໆ ທີ່ພາໃຫ້ມີການປ່ຽນແປງສະພາບບໍລິເວນດັ່ງກ່າວ ຈົນກວ່າສອງຝ່າຍຈະສຳເລັດການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ.
ນອກນີ້ ສອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນການລົງນາມເອກະສານ ຈຳນວນ 4 ສະບັບ ຄື: 1. ບົດບັນທຶກຄວາມເຂົ້າໃຈ ລະຫວ່າງລັດຖະບານລາວ ແລະ ລັດຖະບານກຳປູເຈຍ ວ່າດ້ວຍການຮ່ວມມືດ້ານວັດທະນະທຳ ແລະ ສິລະປະກຳ ສົກປີ 2019-2021 2. ສັນຍາລະຫວ່າງກະຊວງສຶກສາທິການ ແລະ ກີລາຂອງລາວ ແລະ ກະຊວງສຶກສາ ຊາວໜຸ່ມ ແລະ ກີລາຂອງກຳປູເຈຍ ວ່າດ້ວຍການຮ່ວມມືດ້ານການສຶກສາ ໃນໄລຍະປີ 2019-2023 3. ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ຂອງລາວ ແລະ ກະຊວງກະສິກຳປ່າໄມ້ ແລະ ການປະມົງຂອງກຳປູເຈຍ ວ່າດ້ວຍການສົ່ງຊ້າງລ້ຽງໄປສະແດງສິລະປະ ແລະ ແລກປ່ຽນວັດທະນະທຳ ທີ່ສວນສັດຊາຟາຣີ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ ແລະ 4. ບົດບັນທຶກຄວາມເຂົ້າໃຈລະຫວ່າງລັດວິສາຫະກິດໄຟຟ້າລາວ ແລະ ໄຟຟ້າກຳປູເຈຍ ກ່ຽວກັບສັນຍາຊື້ຂາຍໄຟຟ້າແຮງສູງຂະໜາດ 230 kV ແລະ 500 kV ຈາກສະຖານີໄຟຟ້າບ້ານຫາດ ສປປ ລາວ ຫາສະຖານີໄຟຟ້າ ສະຕຣອງແຕຣງ ກຳປູເຈຍ.
ໂອກາດນີ້ ສົມເດັດນາຍົກລັດຖະມົນຕີ ຮຸນແຊນ ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງໄປຢ້ຽມຢາມທາງການ ຢູ່ຣາຊະອານາຈັກກຳປູເຈຍ ໃນປີ 2019.