ວັນພຸດ ທີ 11 ທັນວາ 2019 15:00:36
ການແກ້ໄຂບັນຫາມະເຮັງທໍ່ນ້ຳບີ ຢູ່ ສປປ ລາວ ແມ່ນໂຄງການທາງດ້ານສຸຂະພາບທີ່ໄດ້ຮັບການຈັດຕັ້ງປະຕິບັດ ໂດຍສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ກະຊວງສາທາລະນະສຸກ ແລະ ສະຖາບັນຄົ້ນຄວ້າມະເຮັງທໍ່ນ້ຳບີ ມະຫາວິທະຍາໄລຂອນແກ່ນ ປະເທດໄທ ເພື່ອປິ່ນປົວ ແລະ ດູແລຄົນເຈັບທີ່ເປັນມະເຮັງທໍ່ນ້ຳບີຢ່າງມີຄຸນະພາບເປັນເວລາ 3 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈະຈັດຕັ້ງປະຕິບັດໃນບັນດາແຂວງທີ່ມີຄວາມສ່ຽງສູງຢູ່ແຂວງພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ໂດຍສະເພາະພະຍາດໃບໄມ້ໃນຕັບ ເຊິ່ງເປັນສາເຫດຫຼັກຂອງການເກີດພະຍາດມະເຮັງທໍ່ນ້ຳບີ.
ກິດຈະກຳຂອງໂຄງການ ແມ່ນສ້າງບຸຄະລາກອນເພື່ອຮັບປະກັນໃຫ້ການປິ່ນປົວມີຄຸນະພາບ ແລະ ດູແລຄົນເຈັບທີ່ເປັນພະຍາດມະເຮັງທໍ່ນ້ຳບີ ໂດຍສະເພາະ ການສ້າງແພດຊ່ຽວຊານຂົງເຂດການຜ່າຕັດມະເຮັງຕັບ ແລະ ທໍ່ນ້ຳບີ ນັກລັງສີວິທະຍາ ແພດຟື້ນຟູຊີບ ແລະ ວາງຢາສະຫຼົບເປັນຕົ້ນ ລວມທັງການຄົ້ນຄວ້າກໍລະນີມະເຮັງທໍ່ນ້ຳບີ ໃນຊຸມຊົນທີ່ມີຄວາມສ່ຽງສູງ ການສ້າງຄວາມເຂົ້າໃຈກ່ຽວກັບການຕິດພະຍາດໃບໄມ້ໃນຕັບ ແລະ ການເກີດມະເຮັງທໍ່ນ້ຳບີໃນຊຸມຊົນໃຫ້ດີຂຶ້ນ ເຊິ່ງເປັນວິທີປ້ອງກັນທີ່ມີປະສິດທິຜົນ.
ພິທີລົງນາມການຮ່ວມມືໂຄງການດັ່ງກ່າວ ຈັດຂຶ້ນວັນທີ 27 ພະຈິກ 2018 ຢູ່ໂຮງແຮມຄຣາວພລາຊາ ລະຫວ່າງທ່ານນາງ ແສງຈັນ ກຸນນາວົງ ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ແລະ ທ່ານນາງ ລຳປາງ ແມນມາກ ຮອງອາທິການບໍດີມະຫາວິທະຍາໄລຂອນແກ່ນ ມີທ່ານທູດໄທ ປະຈຳລາວ ພ້ອມດ້ວຍຕາງໜ້າຈາກກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.