ວັນຈັນ ທີ 9 ທັນວາ 2019 22:08:23
ການແຂ່ງຂັນເປຕັງ ຊີງຂັນກອງປະຊຸມສ້າງຄວາມເຂັ້ມແຂງວຽກງານໂຄສະນາຂ່າວສານການສຶກສາ ແລະ ກີລາ ປະຈຳປີ 2018 ໃຫ້ເມືອງ 3 ສ້າງ 11 ແຂວງພາກເໜືອ ແລະ ພາກກາງ ຈັດຂຶ້ນວັນທີ 14 ພະຈິກ 2018 ຜ່ານມາ ທີ່ໂຮງຮຽນເຕັກນິກວິຊາຊີບແຂວງຊຽງຂວາງ ມີທ່ານ ບົວລີ ພັນນາວົງ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງຊຽງຂວາງ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກີລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກີລາ ມີຄະນະອຳນວຍການໂຮງຮຽນເຕັກນິກວິຊາຊີບແຂວງຊຽງຂວາງ ຄະນະອຳນວຍການສູນ ພະນັກງານ ວິທະຍາກອນ ສຳມະນາກອນທີ່ມາຈາກເມືອງ 3 ສ້າງແລະຂັ້ນແຂວງ 11 ແຂວງພາກເໜືອ ແລະ ພາກກາງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ການແຂ່ງຂັນເປຕັງໃນຄັ້ງນີ້ ມີທັງໝົດ 13 ທີມເຂົ້າຮ່ວມ ຄື: ທີມສູນໂຄສະນາຂ່າວສານ A ທີມສູນໂຄສະນາຂ່າວສານ B ທີມພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຫຼວງນ້ຳທາ ຊຽງຂວາງ ຫົວພັນ ໄຊສົມບູນ ຜົ້ງສາລີ ໄຊຍະບູລີ ອຸດົມໄຊ ແຂວງວຽງຈັນ ບໍ່ແກ້ວ ແລະ ແຂວງຫຼວງພະບາງ ຜ່ານການແຂ່ງຂັນຜົນປາກົດວ່າ: ຊະນະເລີດ ແຂວງໄຊສົມບູນ ຮອງຊະນະເລີດ ແຂວງບໍ່ແກ້ວ ແລະ ອັນດັບທີ 3 ແຂວງຊຽງຂວາງ.
ສຳລັບການແຂ່ງຂັນຄັ້ງນີ້ ນອກຈາກເປັນການຊີງຂັນກອງປະຊຸມແລ້ວ ຍັງເປັນການສ້າງຄວາມສາມັກຄີຮັກແພງ ໃຫ້ຜູ້ຮັບຜິດຊອບວຽກງານໂຄສະນາຂ່າວສານການສຶກສາ ແລະ ກີລາທີ່ມາຈາກເມືອງ 3 ສ້າງແລະຂັ້ນແຂວງ 11 ແຂວງພາກເໜືອ ແລະ ພາກກາງ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ເຊິ່ງໃນໄລຍະການແຂ່ງຂັນແມ່ນເປັນໄປດ້ວຍບັນຍາກາດຟົດຟື້ນ ເບີກບານມ່ວນຊື່ນ ມີໄມຕີຈິດມິດຕະພາບ ນັກກີລາຮູ້ໄດ້ ຮູ້ເສຍ ແລະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ສົມກັບວ່າແຂ່ງຂັນກີລາເພື່ອມິດຕະພາບແລະຄວາມສາມັກຄີຢ່າງແທ້ຈິງ.