ວັນອັງຄານ ທີ 19 ກຸມພາ 2019 07:52:54
ທ່ານ ເດວິດ ບຽດເລ ຜູ້ອຳນວຍການຝ່າຍບໍລິການ ຂອງໂຄງການອາຫານໂລກ ຂອງສະຫະປະຊາຊາດ (WFP) ແຈ້ງໃຫ້ຮູ້ເມື່ອວັນທີ 15 ພະຈິກທີ່ຜ່ານມາວ່າ ອົງການນີ້ ໄດ້ມອບຄວາມຊ່ວຍເຫຼືອ ອັນປະກອບມີສະໜອງສະບຽງອາຫານ ແລະໜູນຊ່ວຍເປັນເງິນສົດ ໃຫ້ແກ່ ປະຊາຊົນເຢແມນ ຈຳນວນປະມານ 12 ລ້ານຄົນ.
ປັດຈຸບັນນີ້ ໃນແຕ່ລະເດືອນ WFP ຊ່ວຍເຫຼືອສະບຽງອາຫານ ໃຫ້ແກ່ປະຊາຊົນເຢແມນ ປະມານ 8 ລ້ານຄົນ ໃນຂະນະທີ່ພວກເຂົາເຫຼົ່ານັ້ນ ພວມປະເຊີນກັບຄວາມອຶດຫີວ ທີ່ນັບມື້ ນັບເພີ່ມຂຶ້ນ.
ເມືອງທ່າ ຮູເດດາ ຂອງເຢແມນ ເປັນປະຕູຮັບເອົາ 70% ຂອງສິນຄ້າທີ່ຈຳເປັນ ໃນນັ້ນ ມີສະບຽງອາຫານ ເຊື້ອໄຟ ແລະຢາປົວພະຍາດ ໄປໃຫ້ປະຊາຊົນສ່ວນຫຼາຍໃນປະເທດດັ່ງກ່າວ. ແຕ່ວ່າ ການຕໍ່ສູ້ທີ່ເກີດຂຶ້ນຢູ່ອ້ອມແອ້ມເມືອງ ຮູເດດາ ໄດ້ເຮັດໃຫ້ຄວາມພະຍາຍາມ ຊ່ວຍເຫຼືອມະນຸດສະທຳຂອງ WFP ໄດ້ຮັບຜົນກະທົບຢ່າງຮ້າຍແຮງ.