ວັນອັງຄານ ທີ 19 ກຸມພາ 2019 07:31:47
ວັນທີ 15 ພະຈິກ 2018 ທີ່ສິງກະໂປ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ນຳພາຄະນະຜູ້ແທນລາວ ສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມສຸດຍອດອາຊຽນກັບບັນດາຄູ່ເຈລະຈາ ເຊັ່ນ: ກອງປະຊຸມສຸດຍອດອາຫານເຊົ້າແບບບໍ່ເປັນທາງການອາຊຽນ-ອິນເດຍ ກອງປະຊຸມສຸດຍອດອາຊຽນ-ອາເມຣິກາ ຄັ້ງທີ 6 ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 21 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 13.
ສຳລັບກອງປະຊຸມສຸດຍອດອາຊຽນ-ອາເມຣິກາ ຄັ້ງທີ 6 ໃນຖານະປະເທດປະສານງານໃຫ້ແກ່ການພົວພັນອາຊຽນ-ສະຫະລັດອາເມຣິກາ ທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້ານຳສະເໜີບົດຄຳເຫັນລວມຂອງອາຊຽນກ່ຽວກັບການຮ່ວມມືອາຊຽນ-ສະຫະລັດໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ໂອກາດນີ້ ກອງປະຊຸມໄດ້ສະແດງຄວາມຍິນດີທີ່ເຫັນວ່າ ການພົວພັນຮ່ວມມືອາຊຽນ-ອາເມຣິກາ ໄດ້ມີການຂະຫຍາຍຕົວຢ່າງໜັກແໜ້ນ ໝັ້ນຄົງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໂດຍສະເພາະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ເພື່ອຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດອາຊຽນ-ອາເມຣິກາ ສົກປີ 2016-2020 ເຊິ່ງສາມາດຈັດຕັ້ງປະຕິບັດໄດ້ເຖິງ 88% ຂອງກິດຈະກຳທັງໝົດ ບາງໂຄງການທີ່ພົ້ນເດັ່ນ ປະກອບມີໂຄງການອາຊຽນ-ອົງການພັດທະນາສາກົນ ສະຫະລັດອາເມຣິກາ (USAID) ເພື່ອການເຕີບໂຕແບບກວມລວມຢູ່ອາຊຽນ ແນໃສ່ສົ່ງເສີມປະຊາຄົມເສດຖະກິດອາຊຽນທີ່ມີການເຊື່ອມໂຍງສູງ ແລະ ໂຄງການການຮ່ວມມືອາຊຽນ-ອົງການ USAID ເພື່ອສົ່ງເສີມປະສິດທິພາບພາກພື້ນໃນປະຊາຄົມການເມືອງ-ຄວາມໝັ້ນຄົງ ແລະ ປະຊາຄົມສັງຄົມ-ວັດທະນະທຳ (PROSPECT) ແລະ ອື່ນໆ ໂອກາດນີ້ ກອງປະຊຸມໄດ້ອອກຖະແຫຼງການວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງທາງຄອມພິວເຕີ ເພື່ອເປັນບ່ອນອີງໃຫ້ແກ່ການຮ່ວມມືໃນຕໍ່ໜ້າ ແລະ ສະແດງຄວາມຍິນດີຕໍ່ການປະກາດຂໍ້ລິເລີ່ມໃໝ່ຂອງສະຫະລັດອາເມຣິກາ ກ່ຽວກັບການເປັນຄູ່ຮ່ວມເຄືອຄ່າຍຕົວເມືອງອັດສະລິຍະ ເຊິ່ງມີງົບປະມານໃນການຈັດຕັ້ງປະຕິບັດມູນຄ່າ 10 ລ້ານໂດລາສະຫະລັດ ຫຼື ປະມານ 85 ຕື້ກີບ ສຳລັບຊຸມປີຕໍ່ໜ້າ ການຮ່ວມມືສອງຝ່າຍ ສປປ ລາວ ໄດ້ຊຸກຍູ້ໃຫ້ສະຫະລັດອາເມຣິກາສືບຕໍ່ຊ່ວຍເຫຼືອ ສປປ ລາວ ດ້ານການສຶກສາ ສາທາ ແລະ ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ເຊິ່ງຕົກຄ້າງໃນປາງສົງຄາມຜ່ານມາ.
ກອງປະຊຸມສຸດຍອດອາຫານເຊົ້າແບບບໍ່ເປັນທາງການອາຊຽນ-ອິນເດຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໃນປີຜ່ານມາ ເຊິ່ງເຫັນວ່າມີຄວາມຄືບໜ້າຫຼາຍດ້ານ ໂດຍສະເພາະ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ອິນເດຍ ຄົບຮອບ 25 ປີ ເຊິ່ງໄດ້ຈັດຂຶ້ນໃນຕົ້ນປີນີ້ທີ່ອິນເດຍ ກອງປະຊຸມໄດ້ຢ້ຳຄືນຄວາມໝາຍໝັ້ນໃນການເພີ່ມທະວີ ແລະ ຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດ ແລະ ເນັ້ນໃສ່ການຮ່ວມມືໃນອະນາຄົດໃນຂົງເຂດຕ່າງໆ ເຊັ່ນ: ການຮ່ວມມືທາງທະເລ ການເຊື່ອມຈອດແນວຄວາມຄິດກ່ຽວກັບເສດຖະກິດສີຟ້າ (blue economy) ການລົງທຶນ ການທ່ອງທ່ຽວ ການຖ່າຍທອດເຕັກໂນໂລຊີໃໝ່ ນະວັດຕະກຳ ແລະ ອື່ນໆ ລວມທັງການຜັນຂະຫຍາຍບັນດາຂໍ້ລິເລີ່ມທຶນກູ້ຢືມເງິນ ມູນຄ່າ 1 ຕື້ໂດລາ ເພື່ອການພັດທະນາການເຊື່ອມຈອດດ້ານໂຄງລ່າງພື້ນຖານ ແລະ ການເຊື່ອມຈອດດີຈີຕອນ ສປປ ລາວ ໄດ້ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການທົດລອງບ້ານດີຈີຕອນຢູ່ກຳປູເຈຍ ລາວ ມຽນມາ ແລະ ຫວຽດນາມ ສະໜູບສະໜູນການເຊື່ອມຈອດທາງບົກໃນພາກພື້ນ ໂດຍຜ່ານໂຄງການສ້າງເສັ້ນທາງດ່ວນ ອິນເດຍ-ມຽນມາ-ໄທ ເພື່ອເຊື່ອມຕໍ່ເສັ້ນທາງດັ່ງກ່າວ ໄປຍັງລາວ-ຫວຽດນາມ-ກຳປູເຈຍ ແລະ ສະໜັບສະໜູນການພັດທະນາເສັ້ນທາງຫຼວງອິນເດຍ-ມຽນມາ-ລາວ-ຫວຽດນາມ ກອງປະຊຸມເຫັນດີກຳນົດເອົາປີ 2019 ເປັນປີທ່ອງທ່ຽວອາຊຽນ-ອິນເດຍ.
ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 21 ໄດ້ຮ່ວມກັນປຶກສາຫາລືກ່ຽວກັບການຮ່ວມມືທັງໃນໄລຍະຜ່ານມາ ແລະ ແຜນການຮ່ວມມືໃນຕໍ່ໜ້າໃນຂອບການຮ່ວມມືອາຊຽນບວກສາມ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາກິດຈະກຳຮ່ວມ ພາຍໃຕ້ແຜນປະຕິບັດງານອາຊຽນບວກສາມ ໄລຍະ 2018-2022 ແລະ ຂໍ້ສະເໜີແນະຂອງໜ່ວຍງານວິໄສທັດອາຊີຕາເວັນອອກຊຸດທີສອງ (EAVG II) ເຊິ່ງມີຫຼາຍດ້ານທີ່ພົ້ນເດັ່ນ ເຊັ່ນ: ດ້ານການເງິນ ກະສິກຳ ການຄຸ້ມຄອງໄພພິບັດ ແລະ ອື່ນໆ ໃນໂອກາດນີ້ ບັນດາຜູ້ນຳໄດ້ຮັບຮອງເອົາຖະແຫຼງການອາຊຽນບວກສາມ ວ່າດ້ວຍການຮ່ວມມືດ້ານການຕ້ານພະຍາດດື້ຢາ ເພື່ອສົ່ງເສີມການຂະຫຍາຍການຮ່ວມມືດ້ານວຽກງານສາທາລະນະສຸກ ແນໃສ່ແກ້ໄຂຜົນກະທົບທີ່ເກີດຈາກສະພາວະພະຍາດດື້ຢາ ນອກນີ້ ກອງປະຊຸມໄດ້ຕີລາຄາສູງເຖິງບົດບາດຂອງເວທີປຶກສາຫາລືອາຊີຕາເວັນອອກ ໃນການເພີ່ມທະວີການຮ່ວມມືອາຊຽນບວກສາມ ກ້າວໄປສູ່ການສ້າງປະຊາຄົມອາຊີຕາເວັນອອກໃນໄລຍະຍາວ ໃນນີ້ ກອງປະຊຸມໄດ້ຮັບຊາບຜົນຂອງກອງປະຊຸມເວທີປຶກສາຫາລືອາຊີຕາເວັນອອກ ຄັ້ງທີ 16 ເຊິ່ງໄດ້ຈັດຂຶ້ນເດືອນສິງຫາ 2018 ຢູ່ຫຼວງພະບາງ ສປປ ລາວ ເຊິ່ງໄດ້ມີຂໍ້ສະເໜີໃຫ້ຊຸກຍູ້ການຮ່ວມມືອາຊຽນບວກສາມ ດ້ານການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາການສ້າງຊັບພະຍາກອນມະນຸດ ແລະ ຜູ້ປະກອບການ ແລະ ການພັດທະນາທີ່ອີງໃສ່ນະວັດຕະກຳເປັນຕົວຂັບເຄື່ອນ.
ໃນຕອນບ່າຍວັນດຽວກັນ ທ່ານນາຍົກລັດຖະມົນຕີ ໄດ້ສືບຕໍ່ນຳພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 13 ເຊິ່ງກອງປະຊຸມໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າຂອງການຮ່ວມມື ໃນຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ໂດຍສະເພາະ ບັນດາບຸລິມະສິດຂອງການຮ່ວມມື ແລະ ແຜນປະຕິບັດງານມະນີລາ 2018-2022 ໃນຂົງເຂດການສຶກສາ ການເຊື່ອມຈອດ ແລະ ອື່ນໆ ນອກນີ້ ກອງປະຊຸມໄດ້ເຫັນດີອອກຖະແຫຼງການຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ທັງໝົດ 5 ສະບັບ ເຊິ່ງກວມເອົາຫຼາຍຂົງເຂດ ຄື: ການພັດທະນາຕົວເມືອງອັດສະລິຍະ ການຮັບມືກັບຂີ້ເຫຍື້ອປາລາສະຕິກໃນທະເລ ຄວາມໝັ້ນຄົງທາງດ້ານເຕັກໂນໂລຊີຂ່າວສານ ແລະ ເສດຖະກິດດີຈີຕອນ ຄວາມປອດໄພ ການນຳໃຊ້ ເກັບຮັກສາ ແລະ ການຂົນສົ່ງວັດຖຸນິວເຄລຍ ແລະ ວັດຖຸກຳມັນຕະລັງສີອື່ນໆ ແລະ ການຕ້ານໄພຂົ່ມຂູ່ຈາກການກໍ່ການຮ້າຍຕ່າງແດນ ແລະ ຜູ້ກັບຄືນຈາກການເຂົ້າຮ່ວມຂະບວນການກໍ່ການຮ້າຍ ນອກນີ້ ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບແນວຄວາມຄິດອິນໂດປາຊີຟິກຂອງປະເທດຕ່າງໆ ແນໃສ່ສົ່ງເສີມການຮ່ວມມືໃນພາກພື້ນ ແລະ ປະກອບສ່ວນເຂົ້າໃນການສ້າງສັນຕິພາບ ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ອັນສຳຄັນກອງປະຊຸມໄດ້ຢ້ຳຄືນບົດບາດສຳຄັນຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ໃນການເປັນເວທີສຳລັບຜູ້ນຳໃນການປຶກສາຫາລືບັນຫາຍຸດທະສາດ ການເມືອງ ແລະ ເສດຖະກິດທີ່ມີຄວາມສົນໃຈຮ່ວມ.
ນອກຈາກນີ້ ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ພິທີສົ່ງມອບການເປັນປະທານອາຊຽນ 2019 ໃຫ້ແກ່ປະເທດໄທ.