ວັນອັງຄານ ທີ 19 ກຸມພາ 2019 07:13:19
ໂຄງການມອບທຶນການສຶກສາເອັສຊີຈີ (SCG Sharing the Dream) ປີ 2018 ດຳເນີນມາເປັນປີທີ 7 ແລະ ຍັງສືບຕໍ່ມອບໂອກາດໃຫ້ນັກຮຽນທີ່ມີຄວາມຕັ້ງໃຈ ຢາກມີການສຶກສາທີ່ດີຂຶ້ນ ແຕ່ຂາດກຳລັງຊັບ ສະແດງອອກໃນການດຳເນີນການມອບທຶນການສຶກສາໃຫ້ນັກຮຽນຢູ່ ສປປ ລາວ ຢ່າງຕໍ່ເນື່ອງ ເຊິ່ງປີ 2018 ເອັສຊີຈີ ມີແຜນມອບທຶນການສຶກສາໃຫ້ນັກຮຽນລະດັບມັດທະຍົມສຶກສາຕອນປາຍ 300 ທຶນ ໃນນີ້ ນະຄອນຫຼວງວຽງຈັນ 160 ທຶນ ແຂວງຄຳມ່ວນ 140 ທຶນ ນອກນີ້ ຍັງເປັນປີທຳອິດທີ່ມີການເພີ່ມທຶນດ້ານການສຶກສາໃຫ້ນັກຮຽນລະດັບມະຫາວິທະຍາໄລ 10 ທຶນ ເພື່ອເຕີມເຕັມຄວາມຝັນໃຫ້ນັກສຶກສາທີ່ມີຄວາມຕັ້ງໃຈ ປະກອບອາຊີບໃນສາຂາວິຊາທີ່ຕັ້ງໃຈໃຫ້ສຳເລັດ.
ວັນທີ 13-22 ພະຈິກ 2018 ເອັສຊີຈີ ຮ່ວມກັບ Action whith Lao children ລົງເຄື່ອນໄຫວຢ້ຽມຢາມນັກຮຽນເຖິງເຮືອນແຕ່ລະຄົນ ໂດຍໄດ້ສຳຜັດວິຖີການດຳລົງຊີວິດການເປັນຢູ່ແຕ່ລະວັນ ພ້ອມທັງໂອ້ລົມກັບນັກຮຽນ ແລະ ຜູ້ປົກຄອງຢ່າງໃກ້ຊິດ ເພື່ອໃຫ້ເຂົ້າໃຈເຖິງອຸປະສັກໃນການສຶກສາຂອງແຕ່ລະຄອບຄົວ ເຊິ່ງຈະນຳມາໃຊ້ເປັນເກນໃນການພິຈາລະນາຜົນຕັດສິນຂັ້ນຕໍ່ໄປ ນອກນີ້ ຍັງເນັ້ນສະໜັບສະໜູນເດັກທີ່ມີຄວາມກະຕັນຍູຕໍ່ຄອບຄົວ ເພື່ອຕໍ່ຍອດສູ່ການເປັນອະນາຄົດທີ່ດີຂອງປະເທດ.
ທ່ານ ວິໂຣດ ລັດຕະນະໄຊສິດ ອຳນວຍການເອັສຊີຈີໃນ ສປປ ລາວ ກ່າວວ່າ: ຈາກການດຳເນີນໂຄງການ 7 ປີ ເຮັດໃຫ້ເຮົາເຫັນນັກຮຽນຈຳນວນຫຼາຍທີ່ມີຄວາມຝັນ ແລະ ມຸ່ງໝັ້ນຢາກປະສົບຜົນສຳເລັດໃນການສຶກສາ ເພື່ອນຳຄວາມຮູ້ໄປໃຊ້ໃນການປະກອບອາຊີບ ຍົກລະດັບຄຸນະພາບຊີວິດ ເອັສຊີຈີເຫັນວ່າການສຶກສາຄືຮາກຖານສຳຄັນ ທີ່ຈະພັດທະນາໃຫ້ເດັກເຫຼົ່ານີ້ມີຄວາມພ້ອມ ແລະ ເປັນຮາກຖານໃນການພັດທະນາປະເທດຊາດຕໍ່ໄປ ຕາມວິໄສທັດຂອງເຮົາໃນການຮ່ວມສ້າງຄຸນະພາບຊີວິດທີ່ດີຂຶ້ນຂອງສັງຄົມ ແລະ ຫວັງວ່າໂຄງການມອບທຶນການສຶກສາເອັສຊີຈີ ຈະເປັນການມອບໂອກາດທີ່ດີໃຫ້ເຍົາວະຊົນທຸກຄົນ ທີ່ມີຄວາມມຸ່ງໝັ້ນຕັ້ງໃຈສຶກສາຮ່ຳຮຽນ ສາມາດສ້າງຜົນງານທີ່ມີຄຸນຄ່າເປັນປະໂຫຍດໃຫ້ແກ່ຕົນເອງ ສັງຄົມ ແລະ ປະເທດຊາດຕໍ່ໄປ ເຊິ່ງໂຄງການດັ່ງກ່າວຍັງຈະດຳເນີນຕໍ່ໄປອີກໃນອະນາຄົດ.
ສະເພາະວັນທີ 13 ພະຈິກ ທ່ານ ໄຊທັດ ຕົງສາລີ ຕາງໜ້າບໍລິສັດເອັສຊີຈີ ພ້ອມຄະນະ ໄດ້ລົງຢ້ຽມຢາມນາງ ຕາດຳ ວົງພັກດີ ເຊິ່ງເປັນບຸກຄົນໜຶ່ງທີ່ຖືກຄັດເລືອກໃຫ້ໄດ້ຮັບທຶນຈາກໂຄງການມອບທຶນການສຶກສາເອັສຊີຈີ ປີ 2018 ຢູ່ບ້ານໂນນສະຫວັນ ແລະ ກຳລັງສຶກສາຢູ່ຊັ້ນ ມ7 ໂຮງຮຽນ ມປ ໂນນສະຫວ່າງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເຊິ່ງການລົງຢ້ຽມຢາມຄັ້ງນີ້ ແມ່ນໄດ້ສຳຜັດວິຖີຊີວິດຄວາມເປັນຢູ່ຂອງການດຳລົງຊີວິດແຕ່ລະວັນ ເປັນຕົ້ນ ການສຶກສາຮ່ຳຮຽນ ທີ່ຢູ່ອາໄສ ແລະ ອື່ນໆ ພ້ອມນີ້ ຍັງໄດ້ໂອ້ລົມຢ່າງໃກ້ຊິດ ເພື່ອໃຫ້ເຂົ້າໃຈເຖິງອຸປະສັກ ແລະ ໃຫ້ກຳລັງໃຈ.