ວັນອັງຄານ ທີ 19 ກຸມພາ 2019 08:08:21
ເຈົ້າໜ້າທີ່ຈາກກອງກຳລັງປ້ອງກັນຕົນເອງຂອງພົນລະເຮືອນ ບຣາຊີລ ແຈ້ງໃຫ້ຮູ້ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ແລະ ຫານສາບສູນອີກ 4 ຄົນ ຈາກເຫດການດິນເຈື່ອນທັບເຮືອນ 9 ຫຼັງ ແລະ ຮ້ານອາກຫານແຫ່ງໜຶ່ງ ຫຼັງຈາກຝົນຕົກໜັກ ທີ່ເກີດຂຶ້ນເມື່ອເວລາເຊົ້າຕູ່ ຂອງວັນທີ 10 ພະຈິກນີ້ ຢູ່ໃນເຂດ ນີເຕຣອຍ ທີ່ຂຶ້ນກັບລັດ ຣີໂອ ເດີ ຈາເນໂຣ.
ໃນວັນດຽວກັນ ເຈົ້າໜ້າທີ່ກູ້ໄພ ໄດ້ຊ່ວຍເຫຼືອຜູ້ທີ່ຕິດຄ້າງຢູ່ໃນເຫດການດັ່ງກ່າວອອກມາໄດ້ 11 ຄົນ ໃນຂະນະທີ່ຜູ້ບາດເຈັບ 3 ຄົນ ໄດ້ຖືກນຳຕົວສົ່ງໄປຍັງໂຮງໝໍ. ແຕ່ເຖິງຢ່າງໃດກໍຕາມ ຍັງມີອີກ 4 ຄົນ ຫາຍສາບສູນ.
ກ່ອນໜ້ານີ້ ເມື່ອເດືອນເມສາ ປີ 2010 ກໍເກີດຝົນຕົກໜັກແກ່ຍາວເປັນເວລາຫຼາຍວັນ ເຮັດໃຫ້ເກີດດິນເຈື່ອນຮ້າຍແຮງຢູ່ໃນເຂດ ນີເຕຣອຍ ເປັນເຫດໃຫ້ມີຜູ້ເສຍຊີວິດ 40 ຄົນ.