ວັນອັງຄານ ທີ 19 ກຸມພາ 2019 07:08:47
ທັບນັກເຕະບານຍິງທີມຊາດລາວ ຮຸ່ນເຍົາວະຊົນ ອາຍຸບໍ່ເກີນ 16 ປີ (ຢູ-16) ຕ້ອງພົບກັບວຽກໜັກ ຫຼັງຈັບສະຫຼາກໄປຢູ່ກຸ່ມ A ຮ່ວມກັບທີມຊາດອົດສະຕຣາລີ ທີມຊາດຫວຽດນາມ ແລະ ທີມຊາດອີຣານ ການແຂ່ງຂັນບານເຕະຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງແຊັມອາຊີ 2019 ຮອບຄັດເລືອກ ຮອບທີ 2 ຫຼື “AFC U-16 WOMEN`S CHAMPIONSHIP 2019 QUALIFIERS” ພ້ອມນັ້ນ ສປປ ລາວ ເຮົາ ຍັງໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນຮອບແບ່ງກຸ່ມ ກຸ່ມ A ອີກດ້ວຍ.
ອີງຕາມຜົນການຈັບສະຫຼາກແບ່ງກຸ່ມການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງແຊັມອາຊີ 2019 ຮອບຄັດເລືອກຮອບທີ 2 ຂອງສະຫະພັນກີລາບານເຕະອາຊີ (AFC) ໃຫ້ຊາບວ່າ: ການແຂ່ງຂັນບານເຕະຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງແຊັມອາຊີ 2019 ຮອບຄັດເລືອກ ຮອບທີ 2 ຫຼື ຮອບ 8 ທີມສຸດທ້າຍ ທີ່ຫາກໍ່ແຂ່ງຂັນກັນຈົບໃນທ້າຍເດືອນກັນຍາ 2018 ຜ່ານມາ ໄດ້ມີການຈັບສະຫຼາກແບ່ງກຸ່ມປັນທີ່ຮຽບຮ້ອຍແລ້ວ ເຊິ່ງໄດ້ແບ່ງອອກເປັນ 2 ກຸ່ມ ແຂ່ງຂັນໃນລະຫວ່າງວັນທີ 27 ກຸມພາ ຫາ 3 ມີນາ 2019 ແລະ ສປປ ລາວ ກໍ່ໄດ້ຖືກເລືອກເປັນເຈົ້າພາບ ໃນຮອບແບ່ງກຸ່ມ A ອີກດ້ວຍ ສ່ວນກຸ່ມ B ມີ ທີມຊາດ ສປ ຈີນ ທີມຊາດບັງກລາເທດ ທີມຊາດຟີລິບປິນ ແລະ ທີມຊາດມຽນມາ ເຈົ້າພາບ.
ສຳລັບຜົນງານຂອງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີຜ່ານມາ ໃນຮອບຄັດເລືອກ ຮອບທຳອິດ ແມ່ນຈົບອັນດັບທີ 1 ຂອງກຸ່ມ B ມີ 10 ຄະແນນ ປະກອບມີ ໃນວັນທີ 17 ກັນຍາ 2018 ຊະນະ ທີມຊາດປາກິດສະຖານ 3-0 ປະຕູ ວັນທີ 19 ກັນຍາ 2018 ຊະນະ ທີມຊາດມົງໂກລີ 4-0 ປະຕູ ວັນທີ 21 ກັນຍາ 2018 ຊະນະ ຮົງກົງ 3-1 ປະຕູ ແລະ ວັນທີ 23 ກັນຍາ 2018 ສະເໝີ ທີມຊາດອິນເດຍ 1-1 ປະຕູ.