ວັນຈັນ ທີ 9 ທັນວາ 2019 22:52:32
ອາໂນໄທ ເມືອງມະນີ ນັກກີລາຍິງປືນໄອພີເອັດຊີ ທີມຊາດລາວ ສະແດງຄວາມພໍໃຈຕໍ່ຜົນງານຂອງຕົນ ແລະ ຕົ້ນຄຳ ເມືອງມະນີ ລູກຊາຍ ຫຼັງສ້າງຜົນງານໄດ້ຕາມຄາດທີ່ວາງໄວ້ໃນການເຂົ້າຮ່ວມງານແຂ່ງຂັນກີລາຍິງປືນ ໄອພີເອັດຊີ ລະດັບສາກົນ ເລໂວ 3 ຊີງຂັນທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ຄັ້ງທີ I ປະຈຳປີ 2018 ທີ່ ສປປ ລາວ ເປັນເຈົ້າພາບ ວັນທີ 26-28 ຕຸລາ 2018 ຢູ່ສະໜາມກີລາຍິງປືນ 5 ເມສາ ນະຄອນຫຼວງວຽງຈັນ ໂດຍມີການຊີງໄຊ 6 ລາຍການຄື: ປືນສະແຕນດາດ ປືນໂປຣດັກຊັນ ປືນໂປຣດັກຊັນ ອັອບຕິກ ປືນໂອເພັນ ປືນຣີໂວນເວີ ແລະ ປືນຄລາສສິກ ແຂ່ງຂັນ 15 ສະໜາມ ມີນັກກີລາ 128 ຄົນ ຈາກ 6 ປະເທດຄື: ລາວ ກຳປູເຈຍ ໄທ ຈີນ ເຂດປົກຄອງພິເສດຮົງກົງ ແລະ ໂປໂລຍ.
ສຳລັບລາວໄດ້ສົ່ງນັກກີລາເຂົ້າຮ່ວມ 37 ຄົນ ຍິງ 1 ຄົນ ລົງແຂ່ງຂັນ 4 ລາຍການ ຄື: ປະເພດປືນສະແຕນດາດ ປືນໂອເພັນ ປືນໂປຣດັກຊັນ ແລະ ປະເພດປືນໂປຣດັກຊັນ ອັອບຕິກ ນອກນີ້ຍັງມີການຈັດແຂ່ງຂັນຍິງປືນ ສະເພາະນັກກີລາພາຍໃນເຮົາຕື່ມອີກ ເພື່ອແນໃສ່ພັດທະນາວົງການກີລາຍິງປືນລາວ ໃຫ້ກ້າວສູ່ລະດັບສາກົນ ຜ່ານການແຂ່ງຂັນທັບນັກກີລາຍິງປືນໄອພີເອັດຊີ ທີມຊາດລາວ ສາມາດຍາດໄດ້ 4 ຫຼຽນຄຳ 2 ຫຼຽນເງິນ ແລະ 1 ຫຼຽນທອງ ສະເພາະອາໂນໄທ ແລະ ຕົ້ນຄຳ ຍາດໄດ້ 4 ຫຼຽນ (2 ຫຼຽນຄຳ ແລະ 2 ຫຼຽນເງິນ).
ອາໂນໄທ ເມືອງມະນີ ໃຫ້ສຳພາດວ່າ: ການເຂົ້າຮ່ວມແຂ່ງຂັນລາຍການນີ້ ຕົນເອງໄດ້ລົງແຂ່ງຂັນ 2 ລາຍການ ຄື: ປືນໂປຣດັກຊັນ ອັອບຕິກ ລະດັບສາກົນ 1 ລາຍການ ແລະ ພາຍໃນ 1 ລາຍການ ສ່ວນຕົ້ນຄຳ ເມືອງມະນີ (ລູກຊາຍ) ລົງແຂ່ງຂັນ 2 ລາຍການເຊັ່ນກັນຄື: ປືນສະແຕນດາດ ລະດັບສາກົນ 1 ລາຍການ ແລະ ພາຍໃນ 1 ລາຍການ ຜ່ານການແຂ່ງຂັນຕົນເອງ ຍາດໄດ້ 2 ຫຼຽນເງິນ ໃນນີ້ ລະດັບສາກົນ 1 ຫຼຽນ ພາຍໃນ 1 ຫຼຽນ ສ່ວນຕົ້ນຄຳ ຍາດໄດ້ 2 ຫຼຽນຄຳ ໃນນີ້ 1 ຫຼຽນຄຳ ຈາກຮຸ່ນເຍົາວະຊົນຊາຍ ລະດັບສາກົນ 1 ຫຼຽນຄຳ ຈາກຮຸ່ນທົ່ວໄປ ລະດັບພາຍໃນປະເທດ.