ວັນອັງຄານ ທີ 19 ກຸມພາ 2019 21:50:12
ວັນທີ 10 ຕຸລານີ້ ທະນາຄານພັດທະນາອາຊີ (ADB) ແລະອົງການຮ່ວມມື ແລະພັດທະນາ ເສດຖະກິດ (OECD) ໄດ້ຮ່ວມກັນລົງນາມບົດບັນທຶກຊ່ວຍຈຳສະບັບໜຶ່ງ ມີກຳນົດ 5 ປີ ກ່ຽວກັບ ການເພີ່ມທະວີການຮ່ວມມື ເພື່ອຊຸກຍູ້ບັນດານະໂຍບາຍ ແລະໂຄງການພັດທະນາ ທີ່ມີປະສິດທິຜົນ ຢູ່ໃນພາກພື້ນອາຊີ-ປາຊີຟິກ.
ADB ໃຫ້ຮູ້ວ່າ ຂໍ້ຕົກລົງດັ່ງກ່າວ ມີຜົນບັງຄັບໃຊ້ໃນໄລຍະປີ 2019-2023 ພ້ອມທັງ ໃຫ້ຄຳສັນຍາວ່າ ADB ຈະສົມທົບກັບ OECD ເພື່ອຊຸກຍູ້ການເຈລະຈາດ້ານນະໂຍບາຍ ການແບ່ງປັນຂໍ້ມູນຂ່າວສານ ການຮ່ຳຮຽນຊຶ່ງກັນແລະກັນ ຢູ່ໃນຂົງເຂດຕ້ານການສໍ້ລາດບັງຫຼວງ ນະໂຍບາຍດ້ານພາສີ ແລະການບໍລິຫານຄຸ້ມຄອງ ນະໂຍບາຍເສດຖະກິດມະຫາພາກ ການເກັບກຳ ແລະ ວິໄຈຂໍ້ມູນ.
ການເຄື່ອນໄຫວຮ່ວມກັນດັ່ງກ່າວ ປະກອບມີ ແນວຄິດລິເລີ່ມໃນການຕ້ານການສໍ້ລາດບັງຫຼວງ ຂອງ ADB-OECD ຕະຫຼອດຮອດກອງປະຊຸມໂຕະມົນ OECD-ອາຊີ ກ່ຽວກັບການບໍລິຫານຄຸ້ມຄອງ ວິສາຫະກິດ ແລະເວທີປາໄສ OECD ກ່ຽວກັບພາສີ ແລະ ອາຊະຍາກຳ.
ນັບແຕ່ປີ 2005 ເປັນຕົ້ນມາ ADB ແລະ OECD ໄດ້ຜັນຂະຫຍາຍການຮ່ວມມື ຢູ່ໃນຫຼາຍຂົງເຂດ. ທ່ານ ຕາເກຮີໂກ ນາກາໂອ ປະທານ ADB ເວົ້າວ່າ ໃນ 5 ປີຜ່ານມາ ສອງອົງການດັ່ງກ່າວ ໄດ້ຮ່ວມມືກັນແກ້ໄຂບັນຫາການສໍ້ລາດບັງຫຼວງ ແກ້ໄຂການບໍລິຫານຄຸ້ມຄອງ ວິສາຫະກິດ ແລະຕ້ານອາຊະຍາກຳດ້ານພາສີ ຢູ່ໃນພາກພື້ນອາຊີ-ປາຊີຟິກ ພ້ອມດ້ວຍບັນຫາ ອື່ນໆອີກ.