ວັນອັງຄານ ທີ 19 ກຸມພາ 2019 21:31:28
ໃນການນັ່ງເຮັດວຽກຂອງພະນັກງານຫ້ອງການໃນສະໃໝນີ້ຈະມີແຕ່ທ່ານັ່ງເກົ່າໆເດີມໆທີ່ຈະນຳຄວາມເມື່ອຍ ແລະ ຄວາມເຈັບປ່ວຍມາສູ່ຮ່າງກາຍທ່ານເທົ່ານັ້ນແຕ່ວ່າການໃຊ້ສາຍຕາຈ້ອງຢູ່ໜ້າຈໍຄອມພິວເຕີເປັນເວລາດົນໆກໍເຮັດໃຫ້ກ້າມເນື້ອຕາອ່ອນລ້າ ແລະ ດວງຕາແຫ້ງໄດ້ນັ້ນ ຍິ່ງເຮັດໃຫ້ທ່ານຮູ້ສຶກອ່ອນລ້າຫຼາຍຂຶ້ນ ຄວາມສົດໃສທີ່ຜ່ານດວງຕາກໍຈະຫຼຸດລົງ. ສະນັ້ນບໍ່ວ່າວຽກທີ່ເຮັດຢູ່ຈະຕິດພັນພຽງໃດ ຢ່າລືມຫາເວລາຜ່ອນຄາຍໃຫ້ກັບດວງຕາ ຂອງໂຕເອງດ້ວຍວິທີບໍລິຫານດວງຕາງ່າຍໆດັ່ງນີ້:
1. ນັ່ງໃນທ່າສະບາຍຫຼັບຕາລົງສູບລົມຫາຍໃຈເຂົ້າຊ້າໆສົ່ງໃຈໄປຮູ້ສຶກທີ່ດວງຕາ ຫາຍໃຈອອກຊ້າໆມືນຕາຂຶ້ນເຮັດສະຫຼັບກັນ 8 ເທື່ອ ການເຮັດເຊັ່ນນີ້ຈະຊ່ວຍກະຕຸ້ນໃຫ້ນ້ຳຕາໄປຫຼໍ່ລ້ຽງລູກຕາໄດ້ດີຍິ່ງຂຶ້ນ.
2. ເຮັດໜ້າທຳມະດາ ເຫຼືອບຕາຂຶ້ນເບິ່ງເພດານ-ເຫຼືອບຕາແນມລົງພື້ນ ສະຫຼັບໄປມາ 5 ຮອບແລ້ວຫຼັບຕາລົງ.
3. ເຮັດໜ້າທຳມະດາ ເຫຼືອບຕາແນມຂຶ້ນ-ລົງໃນແນວສະຫຼຽງຫາງຄິ້ວຂວາ-ໂໜກແກ້ມຊ້າຍ ສະຫຼັບໄປມາ 5 ຮອບແລ້ວຫຼັບຕາລົງ.
4. ເຮັດໜ້າທຳມະດາ ເຫຼືອບຕາແນມຂຶ້ນ-ລົງໃນແນວສະຫຼຽງຫາງຄິ້ວຊ້າຍ-ໂໜກແກ້ມຂວາ ສະຫຼັບໄປມາ 5 ຮອບແລ້ວຫຼັບຕາລົງ
5. ເຮັດໜ້າທຳມະດາ ຍົກນິ້ວໂປ້ຂຶ້ນ ແຂນຢຽດຊື່ໄປທາງໜ້າ ໃຫ້ສາຍຕາໄດ້ປັບໂຟກັດໂດຍເບິ່ງທີ່ປາຍດັງ-ເບິ່ງທີ່ນິ້ວໂປ້-ເບິງເລີຍໄປທາງໜ້າ ປະມານ 10 ແມັດ ເບິ່ງທີ່ນິ້ວໂປ້-ເບິ່ງປາຍດັງ ເບິ່ງເຊັ່ນນີ້ 5 ຮອບ ແລ້ວຫຼັບຕາລົງ.
ຂັ້ນຕອນສຸດທ້າຍ ໃຊ້ນິ້ວກາງທັງສອງຂ້າງກົດຄ່ອຍໆທີ່ເບົ້າຕາ ເລີ່ມທີ່ຫົວຄິ້ວກົດໄລ່ອອກໄປທາງຫາງຕາຈົນຮອບດວງຕາ ຈາກນັ້ນຈົບການບໍລິຫານດວງຕາ ໂດຍຖູຝາມືທັງສອງຂ້າງໄປມາປະມານ 15 – 20 ຄັ້ງ ຫຼື ຈົນຮູ້ສຶກວ່າມີຄວາມອຸ່ນເກີດຂຶ້ນທີ່ຝາມື ແລ້ວວາງຝາມືໄປທີ່ດວງຕາທັງສອງ ໂດຍໃຫ້ບໍລິເວນຖານມືຢູ່ທີ່ດວງຕາ ຫັນໃຈເຂົ້າຊ້າໆ ສົ່ງໃຈໄປຮູ້ສຶກທີ່ດວງຕາຫັນໃຈອອກຊ້າໆແລ້ວມືນຕາຂຶ້ນ.