ວັນອັງຄານ ທີ 19 ກຸມພາ 2019 22:04:51
ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການນຳໃຊ້ລະບົບດາວທຽມສືບຢັ່ງທາງໄກ ໄດ້ຈັດຂຶ້ນວັນທີ 9 ຕຸລາ 2018 ຢູ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ລະຫວ່າງທ່ານ ສຸມານະ ຈຸລະມານີ ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ທ່ານນາງ ວູ ຊວງ ປະທານບໍລິສັດເຕັກໂນໂລຊີອາວະກາດສະຕະວັດທີ 21 ແລະ ທ່ານນາງ ພູຄຳ ວົງວິຈິດ ປະທານບໍລິສັດ ສະເປັກໄອລາວ ຈຳກັດຜູ້ດຽວ ໂດຍມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກວຕ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈິດຕະພົງ ອັກຄະວົງ ຮັກສາການຫົວໜ້າກົມແຜນການ ແລະ ການຮ່ວມມື ກ່າວວ່າ: ການຮ່ວມມືດ້ານການນຳໃຊ້ລະບົບດາວທຽມສືບຢັ່ງທາງໄກ ກັບບໍລິສັດອາວະກາດສະຕະວັດທີ 21 AT ແລະ ບໍລິສັດ ສະເປັກໄອລາວ ຈຳກັດຜູ້ດຽວ ຄັ້ງນີ້ ແມ່ນນອນໃນແຜນວຽກຈຸດສຸມວ່າດ້ວຍການເປີດກວ້າງ ການຮ່ວມມືກັບພາກເອກະຊົນຂອງແຜນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໄລຍະ 5 ປີຂອງ ກວຕ.
ການຮ່ວມມືຄັ້ງນີ້ ສືບເນື່ອງມາຈາກການຕົກລົງຮ່ວມກັນລົງນາມບົດບັນທຶກສັນຍາ ການຮ່ວມມືລະຫວ່າງກົມເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ບໍລິສັດ ສະເປັກໄອລາວ ຄັ້ງວັນທີ 3 ກຸມພາ 2018 ແລະ ຜົນການຢ້ຽມຢາມບໍລິສັດ ເຕັກໂນໂລຊີອາວະກາດສະຕະວັດທີ 21 AT ຂອງຄະນະຜູ້ແທນຂອງ ກວຕ ວັນທີ 12 ເມສາ 2018 ໃນນີ້ ສອງຝ່າຍໄດ້ຕົກລົງເພີ່ມອີກ 1 ຝ່າຍຄື: ບໍລິສັດ ເຕັກໂນໂລຊີ ສະຕະວັດທີ 21 AT ມາຮ່ວມເປັນພາຄີ ເນື້ອໃນຂອງບົດບັນທຶກສັນຍາການຮ່ວມມືມີການບັນຈຸເພີ່ມບາງໜ້າວຽກ ແລະ ຄວາມຮັບຜິດຊອບຂອງຝ່າຍບໍລິສັດ ເຕັກໂນໂລຊີສັດຕະວັດທີ 21 AT ເຂົ້າໃນບົດບັນທຶກສະບັບດັ່ງກ່າວ ຕ່າງຝ່າຍມີຜົນປະໂຫຍດ.